ນະຄອນໂຮ່ຈິມິນ ປຸກລະດົມສັບປະດາ ສະໜັບສະໜູນການຮໍ່າຮຽນຕະຫຼອດຊີວິດ

ນະຄອນໂຮ່ຈິມິນ ປຸກລະດົມສັບປະດາ ສະໜັບສະໜູນການຮໍ່າຮຽນຕະຫຼອດຊີວິດ - ảnh 1
​ພິທີ​ປຸກລະດົມ “ສັບປະດາ​ສະໜັບສະໜູນ​
ການຮໍ່າຮຽນ​ຕະຫຼອດ​ຊີວິດ” ປີ 2014
(ພາບ: congan.com.vn)


(vovworld) –     ວັນ​ທີ 28/09, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ, ຄະນະ​ກຳມະການ​ປະຊາຊົນ​ເມືອງ ຍ່າ​ແບ່ ​ໄດ້​ຈັດ​ພິທີ​ປຸກລະດົມ “ສັບປະດາ​ສະໜັບສະໜູນ​ການຮໍ່າຮຽນ​ຕະຫຼອດ​ຊີວິດ” ປີ 2014. “ສັບປະດາ​ສະໜັບສະໜູນ​ການຮໍ່າຮຽນ​ຕະຫຼອດ​ຊີວິດ” ປີ 2014 ຖືກ​ດຳ​ເນີນ​ແຕ່​ວັນ​ທີ 29/09 – 05/10 ດ້ວຍ​ຫົວ​ຂໍ້ “ຮໍ່າຮຽນ​​ເພື່ອຕົນ​ເອງ ​ແລະ ປະຊາ​ຄົມ​ມີ​ຄວາມ​ຜາ​ສຸກ”. ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ່​ລວມມີ: ​ງານ​ວາງສະ​ແດງ​ພາບ​ຖ່າຍ, ​ໂຄສະນາ​ກ່ຽວ​ກັບ​ການສ້າງ​ສັງຄົມ​ແຫ່ງ​ການ​ຮໍ່າຮຽນ; ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ “​ເຂດ​ຊຸມຊົນ​ເສີມ​ຂະຫຍາຍ​​ການ​ຮໍ່າຮຽນ ​ແລະ ປະຊາ​ຄົມ​ສົ່ງ​ເສີມ​ການ​ຮໍ່າຮຽນ”, “ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​​ສະມາຄົມ​ສົ່ງ​ເສີມ​ການ​ຮໍ່າຮຽນ​ສາຂາເຂດ​ຄຸ້ມຖະໜົນ”.

ຂ່າວ/ບົດ​ອື່ນ