ທ່ານ Alexey Vladimirovich Popov, ກົງສູນໃຫຍ່ສະຫະພັນລັດເຊຍ
ປະຈຳນະຄອນໂຮ່ຈິມິນ
(ພາບ: voh.com.vn)
(vovworld) – ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະລັດທິ ຟາດຊິດ, ຖືກຈັດຂຶ້ນໃນຕອນເຊົ້າວັນທີ 08/05, ຢູ່ນະຄອນໂຮ່ຈິມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈິມິນ ໄດ້ຈັດການພົບສັງສັນກັບປະບັນດາສະມາຊິກສະມາຄົມມິດຕະພາບຫວຽດນາມ - ລັດເຊຍ ແລະ ປະຊາຊົນທຸກຊັ້ນວັນນະເປັນຈຳນວນຫຼາຍ. ເຂົ້າຮ່ວມພິທີມີທ່ານ Alexey Vladimirovich Popov, ຫົວໜ້າສະຖານກົງສູນສະຫະພັນລັດເຊຍ ປະຈຳນະຄອນໂຮ່ຈິມິນ. ທີ່ພິທີໄດ້ແນນຳບັນດາຜົນງານອັນໃຫຍ່ຫຼວງເຊິ່ງປະເທດລັດເຊຍ ຍາດມາໄດ້ໃນປະຈຸບັນ ແລະ ບັນຍາກາດກະກຽມໃຫ້ພິທີສວນສະໜາມໃຫຍ່ກວ່າໝູ່ໃນປະຫວັດສາດຂໍ່ານັບຮັບຕ້ອນ 70 ປີແຫ່ງວັນໄຊຊະນະລັດທິ ຟາດຊິດ. ຜູ້ແທນໄດ້ອາໄລຫາບັນດານັກວິລະຊົນ, ຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບໃຫ້ຊາດ ແລະ ສັນຕິພາບທົ່ວໂລກ.