ນະຄອນໂຮ່ຈີມິນ ແລະ ລັດ Ontario, ການາດາ, ຍູ້ແຮງການຮ່ວມມືດ້ານການສຶກສາ

(VOVWORLD) -  ສ່ວນທ່ານນາງ Kathleen Wynne ຢັ້ງຢືນວ່າ ລັດ Ontario ພ້ອມແລ້ວໃຫ້ການຮ່ວມມື, ແລກປ່ຽນບົດຮຽນໃນການເຄື່ອນໄຫວບຳລຸງສ້າງຖັນແຖວຄູອາຈານ, ຍົກສູງຄຸນນະພາບການສຶກສາສາມັນ. 
 

ນະຄອນ ໂຮ່ຈີມິນ ຕີລາຄາສູງຄຸນນະພາບການສຶກສາຂອງ ການາດາ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ລັດ Ontario, ປະເທດ ການາດາ ໃນຂົງເຂດການສຶກສາສາມັນ ແລະ ບຳລຸງສ້າງວິຊາຊີບ, ເພື່ອຍົກສູງລະດັບຄວາມຮູ້ຂອງແຫຼ່ງຊັບພະຍາກອນມະນຸດ ແລະ ຄຸນນະພາບສີມືຂອງຜູ້ອອກແຮງງານ. ກ່າວຄຳເຫັນໃນການຕ້ອນຮັບທ່ານນາງ Kathleen Wynne, ຜູ້ວ່າການລັດ Ontario, ໃນຕອນບ່າຍວັນທີ 4 ທັນວາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ເນັ້ນໜັກວ່າ: ນະຄອນ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດານັກລົງທຶນລັດ Ontario ທີ່ມາຊອກຮູ້, ສົ່ງເສີມການລົງທຶນ ຢູ່ນະຄອນ ເພື່ອນຳມາເຊິ່ງຜົນສຳເລັດໃຫ້ແກ່ບັນດານັກລົງທຶນ ການາດາ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງນະຄອນ.

        ສ່ວນທ່ານນາງ Kathleen Wynne ຢັ້ງຢືນວ່າ ລັດ Ontario ພ້ອມແລ້ວໃຫ້ການຮ່ວມມື, ແລກປ່ຽນບົດຮຽນໃນການເຄື່ອນໄຫວບຳລຸງສ້າງຖັນແຖວຄູອາຈານ, ຍົກສູງຄຸນນະພາບການສຶກສາສາມັນ. ໄປຄຽງຄູ່ກັນນັ້ນ, ລັດ Ontario ໄດ້ໝູນໃຊ້ຮູບແບບການຮ່ວມມືພາກລັດ - ເອກະຊົນ (PPP) ປະສົມຜົນສຳເລັດໃນການແກ້ໄຂບັນຫາກໍ່ສ້າງພື້ນຖານໂຄງລ່າງຕົວເມືອງ ແລະ ພ້ອມແລ້ວແບ່ງປັນບົດຮຽນໃນການປະຕິບັດຮູບແບບນີ້ ຢູ່ນະຄອນ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ