ນະ​ຄອນ​ໂຮ​ຈີ​ມີນ ແລະ ສະ​ຫະ​ລັດ​ອາ​ເມ​ລິ​ກາ​ ຊຸກ​ຍູ້ການ​ຮ່ວມ​ມື​ຍົກ​ສູງ​ຄຸນ​ນະ​ພາບ​ແຫ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ

(VOVWORLD) -      ໃນຕອນຄ່ຳຂອງວັນທີ 17 ມິຖຸນາ, ຢູ່ທີ່ ນະຄອນໂຮ່ຈີມິນ, ທ່ານ ຫງວຽນ ທ້ຽນ ເຍິນ, ເລຂາຄະນະພັກ ນະຄອນໂຮຈີມິນ ໄດ້ໃຫ້ການຕ້ອນຮັບ ທ່ານ Michael Michalak, ຮອງປະທານຂັ້ນສູງ ສະພາທຸລະກິດ ສະຫະລັດອາເມລິກາ-ອາຊຽນ. 
ນະ​ຄອນ​ໂຮ​ຈີ​ມີນ ແລະ ສະ​ຫະ​ລັດ​ອາ​ເມ​ລິ​ກາ​ ຊຸກ​ຍູ້ການ​ຮ່ວມ​ມື​ຍົກ​ສູງ​ຄຸນ​ນະ​ພາບ​ແຫ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ - ảnh 1 ທ່ານ ຫງວຽນ ທ້ຽນ ເຍິນ, ເລຂາຄະນະພັກ ນະຄອນໂຮຈີມິນ ແລະ ທ່ານ Michael Michalak, ຮອງປະທານຂັ້ນສູງ ສະພາທຸລະກິດ ສະຫະລັດອາເມລິກາ-ອາຊຽນ (ພາບ: TTXVN)

ໃນການຕ້ອນຮັບດັ່ງກ່າວ, ທ່ານ ເລຂາຄະນະພັກ      ນະຄອນໂຮຈີມິນ ຫວັງວ່າ ທ່ານ Michael Michalak ຈະສວມບົດບາດເປັນຂົວເຊື່ອມຕໍ່, ຮຽກຮ້ອງ ແລະລະດົມ ບັນດາວິສາຫະກິດອາເມລິກາໄດ້ມາຊອກຮູ້, ລົງທຶນຢູ່ ນະຄອນ ໂຮຈີມິນ, ພິເສດ ແມ່ນຢູ່ໃນບັນດາຂົງເຂດທີ່ນະຄອນໃຫ້ບູລິມະສິດໃນການພັດທະນາ ຄືການກໍ່ສ້າງຕົວເມືອງອັດສະລິຍະ,   ພັດທະນາດ້ານວິທະຍາສາດ-ເຕັກໂນໂລຊີ, ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ…ເພື່ອເປັນການປະກອບສ່ວນເຂົ້າໃນການກະຕຸກຊຸກຍູ້ການພົວພັນຮ່ວມມືໃຫ້ແທດຈິງ ລະຫວ່າງ ສສ ຫວຽດນາມ ແລະ ອາເມລິກາ. ສ່ວນທ່ານ Michael Michalak ກໍ່ຫວັງວ່າ ການນຳນະຄອນ ໂຮ່ຈີມິນ  ຈະສຶບຕໍ່ສ້າງເງື່ອນໄຂໃຫ້ແກ່ ບັນດາວິສາຫະກິດ ອາເມລິກາເຂົ້າມາຊອກຮູ້ ແລະ     ລົງທຶນໃນຫຼາຍຂົງເຂດ, ພິເສດແມ່ນຢູ່ໃນຂົງເຂດດ້ານ ການສຶກສາ, ບຳລຸງກໍ່ສ້າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ.

       ໃນປັດຈຸບັນ ສະຫະລັດອາເມລິກາ ແມ່ນໜື່ງໃນບັນດາຄູ່ຮ່ວມການຄ້າແຖວໜ້າຂອງ ນະຄອນໂຮຈີມິນ ໂດຍມີວົງເງິນການຄ້າສອງສົ້ນເຖິງ 8 ຕື້ກວ່າ ໂດລາສະຫະລັດ ໃນປີ 2018. ສະຫະລັດອາເມລິກາແມ່ນຢືນອັນດັບທີ 10 ໃນລາຍຊື່ບັນດາປະເທດ ແລະເຂດແຄ້ວນທີ່ລົງທຶນ ເຂົ້າໃນນະຄອນ ໂດຍມີເກືອບ 400 ໂຄງການທີ່ມີມູນຄ່າການລົງທຶນ ເກືອບ 1ຕື້ ໂດລາສະຫະລັດ.

ຕອບກັບ

ຂ່າວ/ບົດ​ອື່ນ