ນະຄອນໂຮ່ຈິມິນ ແລະ ແຂວງ Namur, ລາຊະອານາຈັກແບນຊິກຍູ້ແຮງການພົວພັນຮ່ວມມື

ນະຄອນໂຮ່ຈິມິນ ແລະ ແຂວງ Namur, ລາຊະອານາຈັກແບນຊິກຍູ້ແຮງການພົວພັນຮ່ວມມື - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 25/03, ໃນ​ການ​ຕ້ອນຮັບ​ທ່ານ Denis Mathen, ​ເຈົ້າ​ແຂວງ ​ແຂວງ Namur, ​​ແຫ່ງລາຊະອານາຈັກ​ແບ​ນຊິກ ທີ່​ພວມຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ​. ທ່ານ​ປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​ເນັ້ນ​ໜັກ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ລາຊະອານາຈັກ​ແບນຊິກ ​ເວົ້ນລວມ ​ແລະ ລະຫວ່າງ ນະຄອນ​ໂຮ່ຈິ​ມິນ​ກັບລາຊະອານາຈັກ​ແບ​ນຊິກ ​ເວົ້າ​ສະ​ເພາະ ​ແມ່ນ​ດີງາມທີ່​ສຸດ, ພິ​ເສດ​ແມ່ນ​ບັນດາ​ໂຄງການ​ທີ່​ມີ​ການ​ໜູນ​ຊ່ວຍ​ຈາກ​​ແຫຼ່ງທຶນ ODA ຂອງ​ແບບ​ຊິກ ​ເຊິ່ງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ນະຄອນ​ໂຮ່ຈິ​ມິນ ຢ່າງ​ມີ​ປະສິດທິ​ຜົນ. ທ່ານ ​ເລ​ຮ່ວາງ​ກວນ ​ໃຫ້​ຮູ້​ວ່າ, ນະຄອນ​ໂຮ່ຈິ​ມິນ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວພັນ​ລະຫວ່າງ 2 ທ້ອງ​ຖິ່ນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ນັກ​ລົງທຶນ​ມາ​ຈາກ​ແຂວງ Namur ​ແລະ ລາຊະອານາຈັກ​ແບ​ນຊິກ ​ເຂົ້າ​ມາຮ່ວມ​ມື, ລົງທຶນຢູ່ນະ​ຄອນ​ໂຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ