ນະຄອນໂຮ່ຈີມິນກຽມພ້ອມຮ່ວມມືຊຸກຍູ້ຄວາມຄືບໜ້າໃນໂຄງການ “ເຮືອນຝຣັ່ງ”

ນະຄອນໂຮ່ຈີມິນກຽມພ້ອມຮ່ວມມືຊຸກຍູ້ຄວາມຄືບໜ້າໃນໂຄງການ “ເຮືອນຝຣັ່ງ” - ảnh 1
ພາບ​ປະ​ກອບ

(vovworld) - ຕອນ​ບ່າຍ​ວັນ​ທີ 27/2, ທ່ານ ເຈີ່ນ​ຫວີງ​ຕ໋​ວຽນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຕ້ອນ​ຮັບ​ທ່ານ Jean Vincent Place, ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ການ​ປະ​ຕິ​ຮູບ​​ແຫ່ງ​ລັດ ແລະ ຫັນ​ລະ​ບຽບ​ການ​ບໍ​ລິ​ຫານ​ເປັນ​ງ່າຍ​ດາຍ ສ. ຝ​ຣັ່ງ, ພ​ວມ​ຢູ່​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢ​ູ່ ຫວຽດ​ນາມ. ນະ​ທີ່ນີ້, ທ່ານ ເຈີ່ນ​ຫວີງ​ຕ໋ວຽນ ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​​ຈາກລັດ​ຖະ​ບານ ຝ​ຣັ່ງ ສຳ​ລັບ​ວິ​ວັດ​ທະ​ນາ​ການກໍ່​ສ້າງ ແລະ ພັດ​ທະ​ນາ​ນະ​ຄອນ, ພິ​ເສດ​ແມ່ນ​ສະ​ໜອງ​ການ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ໃນ​ຂົງ​ເຂດ​ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສ້າງ​ແຜນ​ຮ່າງ​ຕົວ​ເມືອງ​ສະຫຼາດ. ທ່ານ ເຈີ່ນ​ຫວີງ​ຕ໋ວຽນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າຈະ​ກວດ​ກາ ແລະ ຊຸກ​ຍູ້​ຄວາມ​ຄືບ​ໜ້າ​ໂຄງ​ການ​ກໍ່​ສ້າງ “ເຮືອນ​ຝ​ຣັ່ງ” ຢູ່​ນະ​ຄອນ ໂຮ່​ຈ​ີ​ມິນ, ຍ້ອນນີ້​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ນະ​ຄອນ​ໃນ​ຄວາມມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ ຝ​ຣັ່ງ. ທ່ານ ເຈີ່ນ​ຫວີງ​ຕ໋​ວຽນ ຫວັງ​ວ່າ ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສືບ​ຕໍ່​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ສຳ​ເລັດ ແລະ ປະ​ສິດ​ທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​, ພິ​ເສດ​ແມ່ນ​ແລກ​ປ່ຽນ​ບົດ​ຮຽນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຕົວ​ເມືອງ ຄື: ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ຄົມ​ມະ​ນາ​ຄົມ, ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ.


ຂ່າວ/ບົດ​ອື່ນ