ນະຄອນໂຮ່ຈີມິນຢາກເປັນໜຶ່ງໃນບັນດານັກລົງທຶນໃຫຍ່ສຸດຂອງນະຄອນຫລວງວຽງຈັນ

ນະຄອນໂຮ່ຈີມິນຢາກເປັນໜຶ່ງໃນບັນດານັກລົງທຶນໃຫຍ່ສຸດຂອງນະຄອນຫລວງວຽງຈັນ - ảnh 1
(​ນະຄອນ​ໂຮ່ຈີ​ມິນ​ຢາກ​ເປັນ​ໜຶ່ງ​​ໃນ​ບັນດາ​ນັກ​ລົງທຶນ​
ໃຫຍ່​ສຸດ​ຂອງ​ນະຄອນ​ຫລວງ​ວຽງ​ຈັນ
)

(vovworld) –​​ ​ໃນ​ລະຫວ່າງ​ວັນ​ທີ 30/05 ຫາ​ວັນ​ທີ 02/06 ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນ ​ໂຮ່ຈີ​ມິນ ​ໂດຍ​ທ່ານ ດິງລາ​ທັງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ນຳ​ໜ້າ, ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ; ຕອນ​ເຊົ້າ​ວັນ​ທີ 30/05 ຢູ່​ນະຄອນຫລວງ ວຽງ​ຈັນ, ທ່ານ ດິງລາ​ທັງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ ສິນ​ລະ​ວົງ ຄຸດ​ພະທູ​ນ ​ເລຂາ​ຄະ​ນະ​ພັກ ​ເຈົ້າຄອງ​ນະຄອນຫລວງ ວຽງ​ຈັນ. ທ່ານ ດິງລາ​ທັງ ​ເນັ້ນ​ໜັກ​ວ່າ: ນະຄອນ ​ໂຮ່ຈີ​ມິນ ປາດ​ຖະໜາ​ຢາກ​ເປັນ​ໜຶ່ງ​ໃນ​ບັນດາ​ນັກ​ລົງທຶນ​ໃຫຍ່​ສຸດ​ຂອງ​ນະຄອນຫລວງ ວຽງ​ຈັນ. ສ່ວນ​ທ່ານ​ສິນລະ​ວົງ ຄຸດ​ພະທູ​ນ ​ເລຂາ​ຄະ​ນະ​ພັກ ​ເຈົ້າຄອງ​ນະຄອນຫລວງ ວຽງ​ຈັນ ​ໃຫ້​ຮູ້​ວ່າ: ນະຄອນຫລວງ ວຽງ​ຈັນ ກໍ່​ປາດ​ຖະໜາ​ຢາກ​ສືບ​ຕໍ່ໄດ້​ຮັບ​ການ​ແປ​່ງປັນ​ບົດຮຽນ, ການ​ຮ່ວມ​ມື​ທຸກ​ດ້ານ​ກັບ​ນະຄອນ​ໂຮ່ຈີ​ມິນ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເປັນ​ຕົ້ນ​ແມ່ນ​ກ່ຽວ​ກັບ​​ດ້ານ​ວັດທະນະທຳ, ການທ່ອງທ່ຽວ, ການ​ເງິນ, ກະສິກຳ.

        ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ ດິງລາ​ທັງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູ​ດ ຫວຽດນາມ, ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ທີ່​ອາ​ໄສ​ຢູ່​ລາວ.


ຂ່າວ/ບົດ​ອື່ນ