ນະຄອນໂຮ່ຈິມິນສົ່ງເສີມການລົງທຶນການຄ້າເຂົ້າກຳປູເຈຍ

ນະຄອນໂຮ່ຈິມິນສົ່ງເສີມການລົງທຶນການຄ້າເຂົ້າກຳປູເຈຍ - ảnh 1
ທ່ານ​ເລ​ແທງ​ຫາຍ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ
(ພາບ: nhandan.com.vn)

(vovworld) – ​​​​ຕອນ​ບ່າຍ​ວັນ​ທີ 9/4, ຢູ່​ນະຄອນຫຼວງ ພະນົມ​ເປັນ ປະ​ເທດ​ ກຳປູ​ເຈຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ ​ແລະ ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂໍ້ວ່າ “ສົ່ງ​ເສີມ​ການ​ລົງທຶນ - ການ​ຄ້າ​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ກຳປູ​ເຈຍ”, ດ້ວຍການ​ເຂົ້າ​ຮ່ວມຂອງ​ວິ​ສາ​ຫະກິດນະຄອນ​ໂຮ່ຈິ​ມິນ 40 ​ແຫ່ງ​ ​ແລະ ​ວິ​ສາ​ຫະກິດ ກຳປູ​ເຈຍ ກວ່າ 100 ​ແຫ່ງ. ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ເລ​ແທງ​ຫາຍ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ ກຳປູ​ເຈຍ ​ແທ້​ກຢື ພ້ອມ​ກັບທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນ​ຕີ​ວ່າການ​ກະຊວງ​ພົວພັນ​ສະພາ​ແຫ່ງ​ຊາດ, ສະພາ​ສູງ ​ແລະ ອົງການກວດກາ ກຳປູ​ເຈຍ Men Sam An, ​ເຈົ້າ​ຄອງ​ນະຄອນຫຼວງ ພະນົມ​ເປັນ Pa Socheatevong ​​ໄດ້ເຂົ້າ​ຮ່ວມກອງ​ປະຊຸມ​ສຳ​ມະ​ນາ ​ແລະ ງານ​ວາງສະ​ແດງ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ເລ​ແທງ​ຫາຍ ຢືນຢັນ​ວ່າ: ນະຄອນ ໂຮ່ຈິ​ມິນ​ ຕັດສິນ​ໃຈ​ຊຸກຍູ້ ​ແລະ ໜູນ​ຊ່ວຍ​ການ​ລົງທຶນ​ຂອງ​ບັນດາ​ວິສາ​ຫະກິດຢູ່​ຫ​ນະຄອນ​ເຂົ້າ ກຳປູ​ເຈຍ. ກອງ​ປະຊຸມ​ສຳ​ມະ​ນາຄັ້ງ​ນີ້ ​ແມ່ນ​ກາລະ​ໂອກາດ​​ເພື່ອໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ​ນະຄອນ​ໂຮ່ຈິ​ມິນ ອັບ​ເດັດ​ຂໍ້​ມູນຂ່າວ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ກຳປູ​ເຈຍ, ຊອກ​ຮູ້​ກ່ຽວ​ກັບ​ຄວາມ​ຮຽກຮ້ອງຕ້ອງການ ​ແລະ ບັນດາ​ໂຄງການ​ບຸລິມະສິດຮຽກຮ້ອງ​ການ​ລົງທຶນ​ຂອງ​ທ້ອງ​ຖິ່ນຕ່າງໆ ກຳປູ​ເຈຍ ກໍ່​ຄື​​ໄດ້​ພົບ​ປະ ​ແລະ ​ແລກປ່ຽນກັບ​ບັນ​ດາ​ຄູ່​ຮ່ວມ​ມື ກຳປູ​ເຈຍ​ ກ່ຽວກັບ​ກາລະໂອກາດຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ.

            ສ່ວນທ່ານ​ຮອງ​ນາຍົກ​ລັດຖະມົນ​ຕີ ກຳປູ​ເຈ​ຍ Men Sam An ຖື​ວ່າ: ກອງ​ປະຊຸມ​ສຳ​ມະ​ນາຄັ້ງ​ນີ້ ຈະ​ປະກອບສ່ວນ​​ປັບປຸງ​ຄວາມ​ສາມັກຄີ​ ມິດຕະພາບ​ຖານບ້ານ​ໃກ້​ເຮືອນ​ຄຽງ​ລະຫວ່າງ 2 ປະ​ເທດ​​ໃຫ້ດີງາມ​ກວ່າ​ອີກ, ​ເພື່ອ​​ຜົນ​ປະ​ໂຫຍ​ດຂອງ​ທັງ 2 ຊາດ​ກໍ່​ຄື​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນຂອງ ອາ​ຊຽນ.


ຂ່າວ/ບົດ​ອື່ນ