ນະຄອນໂຮ່ຈີມິນສົ່ງເສີມດ້ານການຄ້າຢູ່Torinoປະເທດອີຕາລີ
ກອງປະຊຸມສຳມະນາ “ສົ່ງເສີມດ້ານການຄ້າ
ແລະ ການລົງທຶນເຂົ້ານະຄອນ ໂຮ່ຈີມິນ”
(ພາບ: vietnam+)
(vovworld) – ວັນທີ 9/9, ໃນຂອບເຂດການຢ້ຽມຢາມ ອີຕາລີ ຂອງຄະນະຜູ້ແທນນະຄອນ ໂຮ່ຈີມິນ, ສະຖານທູດ ຫວຽດນາມ ປະຈຳ ອີຕາລີ ສົມທົບກັບອຳນາດການປົກຄອງນະຄອນ Torino ປະເທດ ອີຕາລີ ຈັດຕັ້ງກອງປະຊຸມສຳມະນາ “ສົ່ງເສີມດ້ານການຄ້າ ແລະ ການລົງທຶນເຂົ້ານະຄອນ ໂຮ່ຈີມິນ”.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເລຮ່ວາງກວນ ແນະນຳແງ່ຫວັງການພັດທະນາເສດຖະກິດ ແລະ ຄວາມສາມາດບົ່ມຊ້ອນການລົງທຶນຂອງບັນດາວິສາຫະກິດຕ່າງປະເທດຢູ່ນະຄອນ, ຊຶ່ງແມ່ນສູນກາງເສດຖະກິດອັນໃຫຍ່ຫລວງ ແລະ ແມ່ນໜຶ່ງໃນ 5 ນະຄອນຂຶ້ນກັບສູນກາງຂອງ ຫວຽດນາມ. ທ່ານ ເລຮ່ວາງກວນ ສະເໜີບັນດາວິສາຫະກິດ Torino ແລະ ອີຕາລີ ຍູ້ແຮງການລົງທຶນເຂົ້າບັນດາຂົງເຂດທີ່ໄດ້ຮັບບຸລິມະສິດຂອງນະຄອນ ໂຮ່ຈີມິນ ຄື: ກະສິກຳເຕັກໂນໂລຢີສູງ; ອຸດສາຫະກຳໜູນຊ່ວຍ; ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ພັດທະນາຕົວເມືອງ; ການເງິນ, ທະນາຄານ.