ນະຄອນໂຮ່ຈີມິນສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ
ພະນັກງານສະມາຄົມແມ່ຍິງ 85 ຄົນທີ່ດີເດັ່ນໄດ້ຮັບໃບຍ້ອງຍໍ
ຈາກຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ
(ພາບອິນເຕີແນັດ)
(vovworld) – ຕອນເຊົ້າວັນທີ 19/10, ສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງ ຫວຽດນາມ 20/10 ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນ 3 ຂອງປະທານປະເທດ ທີ່ມອບໃຫ້ກອງທຶນໜູນຊ່ວຍແມ່ຍິງພັດທະນາເສດຖະກິດ. ທ່ານນາງ ເຈືອງໝີຮວາ ອະດີດຮອງປະທານປະເທດ ຫວຽດນາມ, ທ່ານນາງ ຫງວຽນທິແທງຮ່ວາ ປະທານສະຫະພັນແມ່ຍິງ ຫວຽດນາມ ເຂົ້າຮ່ວມພິທີ. ບັນດາຜູ້ແທນໄດ້ທົບຫວນຄືນມູນເຊື້ອສະຫງ່າລາສີ ແລະ ບັນດາການປະກອບສ່ວນຂອງແມ່ຍິງ ຫວຽດນາມ ທີ່ມີຕໍ່ການພັດທະນາຂອງປະເທດຊາດ.
ເນື່ອງໃນໂອກາດນີ້, ພະນັກງານສະມາຄົມແມ່ຍິງ 85 ຄົນທີ່ດີເດັ່ນໄດ້ຮັບໃບຍ້ອງຍໍຈາກຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຍ້ອນມີບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງນະຄອນ.