ເອກອັກຄະລັດຖະທູດ ຣູມານີປະຈຳຫວຽດນາມ Valeriu Arteni
(ພາບປະກອບຈາກ: cpv.org.vn)
(vovworld) - ພິທີສະເຫຼີມສະຫຼອງ 96 ປີ ແຫ່ງວັນຊາດ ຣູມານີ (1/12/1918-1/12/2014) ໄດ້ດຳເນີນໃນຕອນເຊົ້າວັນທີ 30/11 ຢູ່ນະຄອນ ໂຮ່ຈີມິນ, ໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບ, ສະມາຄົມມິດຕະພາບຫວຽດນາມ - ຣູມານີ ນະຄອນໂຮ່ຈີມິນ ຈັດຕັ້ງ.
ກ່າວຄວາມເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຣູມານີ ປະຈຳຫວຽດນາມ Valeriu Arteni ໃຫ້ຮູ້ວ່າ, ເກືອບ 65 ປີຜ່ານມາ, ນັບແຕ່ ຣູມານີ ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ, ສອງປະເທດໄດ້ມີຂໍ້ຕົກລົງ ແລະ ລາຍການຮ່ວມມືສອງຝ່າຍຫຼາຍຢ່າງ ແລະ ພ້ອມກັນພັດທະນາ. ໂດຍສະເພາະແມ່ນໃນຂົງເຂດຕຸລາການ, ການສຶກສາ, ວິທະຍາສາດ, ເຕັກໂນໂລຢີ, ກະຈາຍສຽງ ແລະ ໂທລະພາບ.
ຕາມທ່ານເອກອັກຄະລັດຖະທູດຣູມານີ ແລ້ວ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຮອບດ້ານລະຫວ່າງຣູມານີ - ຫວຽດນາມ ໄດ້ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງສະຫະພາບເອີລົບກັບຫວຽດນາມ. ຮູມານີ ຈະຕັ້ງໜ້າສະໜັບສະໜູນຄວາມຕັດສິນໃຈຂອງຫວຽດນາມ ໃນການເພີ່ມທະວີການຮ່ວມມືກັບສະຫະພາບເອີລົບ, ໃນນັ້ນມີການລົງນາມໃນສັນຍາການຄ້າເສລີ.