ພາບປະກອບ
|
(vovworld) - ຕອນເຊົ້າວັນທີ 11/1, ສະພາປະຊາຊົນນະຄອນໂຮ່ຈີມິນ ແລະ ໂທລະພາບນະຄອນ HTV ຈັດຕັ້ງລາຍການ “ຮັບຟັງ ແລະ ແລກປ່ຽນ“ ດ້ວຍຫົວຂໍ້ “ທຸກຄົນ, ທຸກຄອບຄົວຕ້ອນຮັບບຸນປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ“. ຜູ້ຕາງໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນໂຮ່ຈີມິນ ໃຫ້ຮູ້ວ່າ, ປີນີ້ປະລິມານສິນຄ້າໃນໂອກາດບຸນປີໃໝ່ປະຈຳຊາດສາມາດເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ທຸກວັນ, ປະມານ 14.000 ໂຕນ. ທາງພະແນກນະຄອນຈະຈັດລົດຂາຍສິນຄ້າເຄື່ອນທີ່ 200 ຄັນເພື່ອຮັບໃຊ້ປະຊາຊົນຊານນະຄອນ. ທ່ານນາງ ເລງອກດ່າວ, ຮອງຫົວໜ້າພະແນກອຸດສາຫະກຳການຄ້ານະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ:
“ໃນຕອນເຊົ້າວັນທີ 2 ຂອງບຸນປີໃໝ່, ບັນດາສະຖານທີ່ຂາຍສິນຄ້າດ້ວຍລາຄາເປັນປົກກະຕິຈະເຄື່ອນໄຫວຄືນໄໝ່. ຖ້າຫາກວ່າຢູ່ບ່ອນໃດລາຄາສິນຄ້າເຄື່ອນເໜັງ, ພວກຂ້າພະເຈົ້າຈະຈັດລົດຂາຍເຄື່ອງເຄື່ອນທີ່ໄປຮັບໃຊ້ຢູ່ບ່ອນນັ້ນໃນທັນທີ.“