ນະຄອນໂຮ່ຈິມີນເຊີດຊູ125ແບບຢ່າງດີເດັ່ນ”ວຽກດີຄົນເດັ່ນ”ໄລຍະ2010-2015


ນະຄອນໂຮ່ຈິມີນເຊີດຊູ125ແບບຢ່າງດີເດັ່ນ”ວຽກດີຄົນເດັ່ນ”ໄລຍະ2010-2015 - ảnh 1
ທ່ານ​ນາງ​ຫວໍ​ທິ​ຢູງປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ນະ​ຄອນ ໂຮ​່​ຈິ​ມີນ
ພາບ:giacngo.vn

(vovworld)- ບັນ​ດາ​ສ່ວນ​ບຸກ​ຄົນ​ໂດຍ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊ​າດ​ຫວຽດ​ນາມ ນະ​ຄອນ​ໂຮ່​ຈິ​ມີນ ເຊີດ​ຊູ ​ທີ່ກອງ​ປະ​ຊຸມ​ຈັດ​ຂຶ້ນໃນ​ວັນ​ທີ 15/6 ແມ່ນ​ບັນ​ດາ​ແບບ​ຢ່າງ​ກ່ຽວ​ກັບ​ນ້ຳ​ໃຈ​ຮັກບ້ານ​ເກີດ​ເມືອງນອນ ປະ​ເທດ​ຊາດ, ​ເປັນ​ເຈົ້າ, ບືນ​ຕົວ​ຂຶ້ນ, ພ້ອມ​ແລ້ວ​ແບ່ງ​ປັນ​ເພື່ອ​ພ້ອມ​ກັນ​ກ້າວ​ຫນ້າ.  ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ພົວ​ພັນ​ແລກ​ປ່ຽນ​ກັບ​ບຸກ​ຄົນ​ທີ່​ເປັນແບບ​ຢ່າງ​​ດີ​ເດັ່ນຈຳ​ນວນ​ຫນຶ່ງໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື​: ຂົນ​ຂວາຍ​ປະ​ຊາ​ຊົນ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຊ່ວຍ​ເຫລືອ​ຜູ້​ທຸກ​ຍາກ, ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ກູ້​ຊີບ. ຕາມ​ທ່ານ ຫວ​ໍ​ທິ​ຢູງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ນະ​ຄອນ ໂຮ​່​ຈິ​ມີນ ແລ້ວ, ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ​ໃນ​ຂະ​ບວນ​ການ “ວຽກ​ດີ​ຄົນ​ເດັ່ນ” ໄດ້​ສົ່ງ​ຜົນ​ກະ​ທົບ, ຊຸກ​ຍູ້​ບັນ​ດາ​ຂະ​ບວນ​ການ​ອື່ນ​ໃນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ລວມ​ຂອງ​ນະ​ຄອນ. ຜ່ານນັ້ນ ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ນະ​ຄອນ, ສຳ​ເລັດ​ແຕ່​ລະ​ໄລ​ຍະ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ຈຸດ​ໝາຍ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່.

 


ຂ່າວ/ບົດ​ອື່ນ