ນະຄອນໂຮ່ຈີມິນແລະຝຣັ່ງຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ນະຄອນໂຮ່ຈີມິນແລະຝຣັ່ງຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ - ảnh 1
(ພາບ​ປະ​ກອບ​ຈາກ Vũ Sinh/TTXVN)

(vovworld) – ​ ວັນ​ທີ 14/4, ​ໃນ​ການ​ຕ້ອນຮັບທ່ານ Matthias Fekl, ລັດຖະມົນຕີວ່າກາ​ນຮັບຜິດຊອບ​ການ​ຄ້າ​ຕ່າງປະ​ເທດ, ສົ່ງ​ເສີມ​ການທ່ອງ​ທ່ຽວ ​ແລະ ປະຊາ​ຄົມ​ຊາວ ຝຣັ່ງ ຢູ່​ຕ່າງປະ​ເທດ ຂຶ້ນ​ກັບກະຊວງ​ການ​ຕ່າງປະ​ເທດ ​ແລະ ພັດທະນາ​ສາກົນ ຝຣັ່ງ, ​ໄດ້​ມາ​ສຳ​ຫຼວດກວດກາ, ຊອກຮູ້​ສະພາບ​ການ​ຕົວ​ຈິງ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈີ​ມິນ ​ແລະ ຝຣັ່ງ, ທ່ານ​ນາ​ງຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ ຫງວຽນ​ທິຮົ່ງ​, ​ໃຫ້​ຮູ້​ວ່າ: ປະຈຸ​ບັນ​ມີ​ວິ​ສາ​ຫະກິດ ຝຣັ່ງ ຫຼາຍ​ແຫ່ງ ​ໄດ້​​ເຂົ້າມາ​ລົງທຶນ​ຢູ່​ນະຄອນ​ໂຮ່ຈີ​ມິນ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ວິ​ສາ​ຫະກິດ​ຍັງ​ບໍ່​ທັນ​ຂຸດ​ຄົ້ນ​ ​ຄວາມ​ສາມາດ​ບົ່ນຊ້ອມ​ໄດ້​ໝົດ​ເທື່ອ. ນະຄອນ​ໂຮ່ຈີ​ມິນ ຫວັງວ່າ​ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກັບຄະນະນັກທຸລະກິດ ຝຣັ່ງ ມານະຄອນ ​ໂຮ່ຈີ​ມິນ ​ໂດຍ​ໄວ ເພື່ອ​ຊອກ​ຮູ້​​​​ຫຼາຍ​ຂົງ​ເຂດຢ່າງເລິກ​ເຊິ່ງ, ກ້ວາງ​ຂວາງກວ່າ​ອີກ. ທ່ານ​ນາງ ຫງວຽນ​ທິຮົ່ງ ​ເນັ້ນ​ໜັກ​ວ່າ: ນະຄອນ​ໂຮ່ຈີ​ມິນ ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງການພັດທະນາ​ບັນດາ​ຂົງ​ເຂດ​ກະສິກຳ, ການສຶກສາ ​ແລະ ສາທາລະນະ​ສຸກ; ​ແລະ ປາດ​ຖະໜາ​ວ່າ,​ ໃນ​ໄລຍະ​ຈະ​ມາ​ເຖິງ, ຝຣັ່ງ ຈະ​ສືບ​ຕໍ່​ໜູນ​ຊ່ວຍ, ພິ​ເສດ​ແມ່ນ​ແບ່ງປັນ​ບົດຮຽນ​​ໃນ​ການຮັກສາໝາກ​ໄມ້ ຫຼັງ​ຈາກ​ການ​ເກັບ​ກູ້ ​ຂອງ​ນະຄອນ​ໃຫ້ບັນລຸຄຸນ​ນະພາ​ບ, ຕອບ​ສະໜອງ​ໄດ້​ມາດຖານ​ສົ່ງ​ອອກ​​ໄປ​ຕະຫຼາດ​ສາກົນ. ທ່ານ Matthias Fekl ​ເນັ້ນ​ໜັກ​: ຄວາມ​ສາມາດ​ບົ່ນຊ້ອມ​​ໃນການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ ​ແລະ ຢັ້ງຢືນ​ໃນ​ໄລຍະ​ຈະ​ມາ​ເຖິງ, ດ້ວຍ​ການ​ໜູນ​ຊ່ວຍ​ຈາກ​ການ​ນຳ​​ນະຄອນ​ ໂຮ່ຈີ​ມິນ, ຈະ​ມີ​ວິ​ສາ​ຫະກິດ ຝຣັ່ງ ຫຼາຍ​ແຫ່ງ​ມາລົງທຶນ​ຢູ່ ນະ​ຄອນ​ໂຮ່ຈີ​ມິນ​ ກວ່າ​ອີກ, ບັນດາ​ໂຄງການ​ໄດ້​ຮັບການຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ນະຄອນ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະ ​ແລະ ຫວຽດນາມ ​ເວົ້າ​ລວມ.


ຂ່າວ/ບົດ​ອື່ນ