(vovworld) - ທີ່ການພົບປະໃນຕອນບ່າຍວັນທີ 26/10, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ແລະ ທ່ານ Shuichi Abe, ຜູ້ວ່າການແຂວງ Nagano, ປະເທດຍີ່ປຸ່ນ ໄດ້ເປັນເອກະພາບນຳກັນໂດຍຖືວ່າ, ນະຄອນໂຮ່ຈິມິນ ແລະ ແຂວງ Nagano ຕ້ອງຊຸກຍູ້ການປະຕິບັດຫັນການຮ່ວມມືໃນຂົງເຂດເສດຖະກິດເປັນຕົວຈິງເພື່ອພ້ອມກັນພັດທະນາ. ຕີລາຄາສູງທ່າແຮງຂອງແຂວງ Nagano ກ່ຽວກັບດ້ານເຕັກໂນໂລຊີ, ອຸດສາຫະກຳໜູນຊ່ວຍ ແລະ ການຜະລິດກະສິກຳເຕັກໂນໂລຊີສູງ, ທ່ານ ຫງວຽນແທ່ງຟອງ ສະໜັບສະໜຸນຂໍ້ລິເລີມລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງ 2 ທ້ອງຖິ່ນ ແລະ ຫວັງວ່າ, ພາຍຫຼັງການຢ້ຽມຢາມຄັ້ງນີ້, 2 ຝ່າຍຈະປຶກສາຫາລືບັນດາມາດຕະການ ແລະ ກົນໄກຮ່ວມມືລະຫວ່າງ 2 ທ້ອງຖິ່ນໃນບັນດາຂົງເຂດບຸລິມະສິດຂອງ Nagano ແລະ ກໍ່ແມ່ນຂົງເຂດເຊິ່ງນະຄອນໂຮ່ຈິມິນ ພວມມີຄວາມສົນໃຈ.