ນາຍົກລັດຖະມົນຕີ Hun Manet ຄົນໃໝ່ ຈະນຳໜ້າຄະນະຜູ້ແທນ ກຳປູເຈຍ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43

(VOVWORLD) - ກອງປະຊຸມສຸດຍອດດ້ວຍຫົວຂໍ້ວ່າ “ບັນດາບັນຫາຂອງ ອາຊຽນ: ຈຸດສຸມຂອງການເຕີບໂຕ” ຈະສຸມໃສ່ຊຸກຍູ້ “ວິໄສທັດປະຊາຄົມ ອາຊຽນ 2025”, ເປັນຂີດໝາຍຂອງວິວັດການທີ່ຈຳເປັນເພື່ອແນໃສ່ເພີ່ມທະວີການສະທ້ອນຂອງ ອາຊຽນ ດ້ວຍວິທີຍົກສູງປະສິດທິຜົນລະບອບລະບຽບການຂອງກຸ່ມ
ນາຍົກລັດຖະມົນຕີ Hun Manet ຄົນໃໝ່ ຈະນຳໜ້າຄະນະຜູ້ແທນ ກຳປູເຈຍ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 - ảnh 1ທ່ານ Hun Manet, ນາຍົກລັດຖະມົນຕີ ຄົນໃໝ່ຂອງ  ກຳປູເຈຍ
(ພາບ:AKP/TTXVN)

ແຈ້ງຂ່າວອອກວັນທີ 2 ກັນຍາ ຈາກກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ໃຫ້ຮູ້ວ່າ: ທ່ານ Hun Manet, ນາຍົກລັດຖະມົນຕີ ຄົນໃໝ່ຂອງປະເທດນີ້, ຈະນຳໜ້າຄະນະຜູ້ແທນ ກຳປູເຈຍ ເຂົ້າຮ່ວມກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 43 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ ແຕ່ວັນທີ 4 – 7 ກັນຍາ ຕາມຄຳເຊື້ອເຊີນຂອງປະທານໝູນວຽນ ອາຊຽນ - ທ່ານ ປະທານາທິບໍດີ ອິນໂດເນເຊຍ Joko Widodo.

          ກອງປະຊຸມສຸດຍອດດ້ວຍຫົວຂໍ້ວ່າ “ບັນດາບັນຫາຂອງ ອາຊຽນ: ຈຸດສຸມຂອງການເຕີບໂຕ” ຈະສຸມໃສ່ຊຸກຍູ້ “ວິໄສທັດປະຊາຄົມ ອາຊຽນ 2025”, ເປັນຂີດໝາຍຂອງວິວັດການທີ່ຈຳເປັນເພື່ອແນໃສ່ເພີ່ມທະວີການສະທ້ອນຂອງ ອາຊຽນ ດ້ວຍວິທີຍົກສູງປະສິດທິຜົນລະບອບລະບຽບການຂອງກຸ່ມ, ດ້ວຍຈຸດໝາຍສຸດທ້າຍແມ່ນປົກປ້ອງຜົນປະໂຫຍດຂອງປະຊາຊົນບົນເວທີສາກົນ.

          ໃນການຢ້ຽມຢາມ ຈາກາຕາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ຈະພົບປະກັບທ່ານປະທານາທິບໍດີ Joko Widodo. ທ່ານກໍ່ມີແຜນເຂົ້າຮ່ວມບັນດາການພົບປະເຈລະຈາສອງຝ່າຍ ກັບການນຳບັນດາປະເທດ ອາຊຽນ, ກໍ່ຄືບັນດາການນຳຂອງປະເທດອື່ນໆໃນໂລກ

ຕອບກັບ

ຂ່າວ/ບົດ​ອື່ນ