ນາຍົກລັດຖະມົນຕີ Hunsenຮຽກຮ້ອງໃຫ້ ນາຍທະຫານກຳປູເຈຍ -ໄທຈົ່ງລະງັບໃຈ

ນາຍົກລັດຖະມົນຕີ Hunsenຮຽກຮ້ອງໃຫ້ ນາຍທະຫານກຳປູເຈຍ -ໄທຈົ່ງລະງັບໃຈ - ảnh 1

ນາຍົກລັດຖະມົນຕີ Hunsen

(ພາບ:THX/TTXVN)

(vovworld)-ຕອນ​ຄໍ່າ​ວັນ​ທີ 7 ພະຈິກ ​ໃນຖະ​ແຫຼ​ງການ​​ທາງ​​ໂທ​ລະ​ພາບ​ແຫ່ງ​ຊາດ, ທ່ານ Hunsen ນາຍົກລັດຖະມົນຕີກຳປູ​ເຈຍ​ຮຽກຮ້ອງ​ໃຫ້​ນາຍທະຫານ​ກຳປູ​ເຈຍ - ​ໄທ ປະຕິບັດ​ໜ້າ​ທີ່​ທາງ​ການ​ທະຫານ​ຢູ່​ລຽບຕາມ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ​ຈົ່ງລະງັບ​ ​ໃຈ ​ແລະ ຮັກສາ​ບັນດາ​ການ​ພົວພັນ​ມິດຕະພາບ​ໂດຍ​ບໍ່​ວ່າ​ມີ​ຄຳ​ຕັດສິນ​ໃດໆ​ຂອງ​ສານຍຸດຕິທຳ​ສາກົນ (ICJ)ກ່ຽວ​ກັບອະທິປະ​ໄຕ​ເຂດດິນຢູ່​ອ້ອມ​ຂ້າງ​ພະ​ວິຫານ Preah Vihear. ກ່ອນ​ໜ້າ​ນັ້ນ, ທ່ານ Tea Banh ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ​ກໍ່​ໄດ້​ຮຽກຮ້ອງ​ໃຫ້​ສອງ​ປະ​ເທດ​ເຄົາລົບ​ຄຳ​ຕັດສິນ ​ແລະ ມານະພະຍາຍາມ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ​ຢູ່​ເຂດ​ຊາຍ​ແດນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ພັນ​ເອກ Meass Youen ຮອງ​ຜູ້​ບັນຊາ​ການ​ກອງທັບກຳປູ​ເຈຍ​ ຕັ້ງ​ທັບ​ຢູ່​ແຂວງ Preah Vihear ​ໃຫ້​ຮູ້​ວ່າ : ປະຊາຊົນ​ດຳລົງ​ຊີວິດຢູ່​ລຽບຕາມ​ເຂດ​ຊາຍ​ແດນ​ຍັງ​ຕ້ອງ​ເຂົ້າ​ຂຸມ​ລີ້​ຊ່ອນ ​ຍ້ອນ​ເປັນ​ຫ່ວງ​ນຳ​ບັນດາ​ເຫດການ​ອາດ​ຈະ​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ ພາຍຫລັງສານ ICJ ຖະ​ແຫຼ​ງຄຳ​ຕັດສິນ ​ໃນ​ວັນ​ທີ 11 ພະຈິກ​ທີ່​ຈະ​ມາ​ເຖິງ​ນີ້.
ຂ່າວ/ບົດ​ອື່ນ