Vovworld- ຕອນເຊົ້າວັນທີ 3/4, ຢູ່ນະຄອນຫຼວງພະນົມເປັນແຫ່ງກຳປູເຈຍ, ໄດ້ໄຂກອງປະຊຸມສຸດຍອດອາຊຽນຄັ້ງທີ 20 ຂຶ້ນຢ່າງເປັນທາງການ. ຄະນະຜູ້ແທນຫວຽດນາມໂດຍທ່ານນາຍຍົກລັດຖະມົນຕີຫວຽດນາມ Nguyen Tan Dung ນຳໜ້າສືບຕໍ່ຢືນຢັນທີ່ຕັ້ງບົດບາດເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ. ກ່າວຄຳເຫັນໄຂ ກອງປະຊຸມ, ທ່ານນາຍຍົກລັດຖະມົນຕີປະເທດເຈົ້າພາບ Hun Sen ໄດ້ຢືນຢັນວ່າ ໃນກ່ວາ 4 ທົດສະວັດທີ່ຜ່ານມາ, ໄດ້ພິສູດໃຫ້ເຫັນຄວາມສາມາດຂອງອາຊຽນໃນການກໍ່ສ້າງປະຊາຄົມເພື່ອມຸ່ງໄປສູ່ປະຊົນຊົນ, ມີຄວາມວັດທະນາຖາວອນທາງດ້ານເສດຖະກິດ ແລະ ສະຖຽນລະພາບທາງດ້ານການເມືອງ. ອາຊຽນຕັດສິນໃຈ ກໍ່ສ້າງປະຊາຄົມ ອາຊຽນໃຫ້ກາຍເປັນຊາຍຄາຮ່ວມ,ໃນນັ້ນທຸກໆສະມາຊິກຕ່າງກໍຮ່ວມສຳພັນຢ່າງແໜ້ນແຟ້ນ ແລະ ມີຊີວິດແບບປອງດອງໃນຂົງເຂດການເມືອງ, ຄວາມສະຫງົບ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ປະຕິບັດຕາມລະບຽບກົດໝາຍ. ພາຍຫຼັງພິທີໄຂກອງປະຊຸມສຸດຍອດອາຊຽນຄັ້ງທີ 20, ທ່ານນາຍຍົກລັດຖະມົນຕີຫວຽດນາມ Nguyen Tan Dung ແລະ ບັນດາການນຳອາຊຽນໄດ້ດຳເນີນວາລະປະຊຸມຄົບຄະນະເພື່ອປຶກສາຫາລືບັນດາບັນຫາໃຈກາງ ແລະ ບຸລິມະສິດຂອງອາຊຽນ. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ສະເໜີຫຼາຍມາດຕະການລະອຽດແນໃສ່ຍູ້ໄວວິວັດທະນາການກໍ່ສ້າງປະຊາຄົມອາຊຽນ, ຮ່ວມສຳພັນ ແລະ ເຊື່ອມຕໍ່ພາກພື້ນ, ຮັດແຄບຄວາມແຕກໂຕນໃນການພັດທະນາ, ຊຸກຍູ້ສາມັກຄີ ແລະ ເປັນເອກະພາບກັນໃນອາຊຽນ, ເພີ່ມທະວີການພົວພັນກັບພາຍນອກຂອງອາຊຽນ, ໃນນັ້ນ ທ່ານນາຍຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ສະເໜີຄວນເຊີດຊູທາງດ້ານວັດທະນະທຳ, ຍູ້ແຮງການຮ່ວມມືດ້ານກະສີກຳ ແລະ ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ເພີ່ມທະວີການສົມທົບດ້ານຫຼັ້ກໝັ້ນກ່ຽວກັບບັນດາບັນຫາທີ່ມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມຂອງພາກພື້ນ ແລະ ອື່ນໆ.
ສິ້ນສຸດວາລະປະຊຸມ, ກອງປະຊຸມໄດ້ຮັບຮອງເອົາ ຖະແຫຼງ ການພະນົມເປັນ“ ອາຊຽນ - ປະຊາຄົມໜຶ່ງ ແລະ ຊາຕາກຳດຽວ ”, ໂຄງການດຳເນີນງານພະນົມເປັນກ່ຽວກັບການກໍ່ສ້າງປະຊາຄົມອາຊຽນ ແລະ ຖະແຫຼງການກ່ຽວກັບອາຊຽນປອດຢາເສບຕິດໃນປີ 2015. ແລະ ກໍໃນວັນດຽວກັນ, ທ່ານນາຍຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ແລະ ບັນດາການນຳອາຊຽນ ໄດ້ພົບປະຜູ້ຕາງໜ້າສະມັດຊາໃຫຍ່ລັດຖະສະພາລະຫວ່ງຊາດອາຊຽນ, ບັນດາອົງການສັງຄົມ ແລະ ຊາວໜຸ່ມອາຊຽນ.
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 2/4, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ມີການພົບປະ 2 ຝ່າຍກັບນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ Samdech Hunsen. ນາຍົກລັດຖະມົນຕີ 2 ທ່ານສະແດງຄວາມພາກພູມໃຈເມື່ອເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາ ໄດ້ຮັບການພັດທະນາຢ່າງດີງາມ. ນາຍົກລັດຖະມົນຕີ ທັງ 2 ທ່ານເຫັນດີເປັນເອກະສັນຊຸກຍູ້ການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງ 2 ປະເທດໃນໄລຍະທີ່ຈະມາເຖິງຢ່າງແຮງກ່ວາອີກ, ພິເສດແມ່ນ ໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ນາຍົກລັດຖະມົນຕີທັງ 2 ທ່ານມອບໝາຍໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ 2 ປະເທດສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງການເຄື່ອນໄຫວຕ່າງໆ ໃນປີ 2012 ຄື: ສະເຫຼີມສະຫຼອງ “ປີແຫ່ງຄວາມມິດຕະພາບຫວຽດນາມ - ກຳປູເຈຍ”, ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດ, ພ້ອມທັງປະຕິບັດວຽກງານໂຄສະນາເຜີຍແຜ່ສຶກສາອົບຮົມ ກ່ຽວກັບມູນເຊື້ອສາມັກຄີ, ມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ກຳປູເຈຍໃນໝູ່ປະຊາຊົນທຸກຊັ້ນວັນນະ. ນາຍົກລັດຖະມົນຕີ 2 ທ່ານເຫັນດີເປັນເອກະສັນກັນສືບຕໍຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້, ສຸມໃສ່ແກ້ໄຂບັນດາຂໍ້ຕິດຄັດທີ່ຍັງຄົງຄ້າງ ເພື່ອແນໃສ່ຍູ້ໄວການຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນໃຫ້ສຳເລັດ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນວ່າ: ຫວຽດນາມ ສະໜັບສະໜູນຫົວຂໍ້ຂອງປີ ປະທານອາຊຽນຂອງກຳປູເຈຍ: “ອາຊຽນ: ວົງຄະນະຍາດໜຶ່ງ, ຊາຕາກຳດຽວກັນ” ແລະ ເຊື່ອໝັ້ນວ່າ: ກຳປູເຈຍຈະຈັດຕັ້ງກອງປະຊຸມສຸດຍອດອາຊຽນ ແລະ ປີປະທານອາຊຽນ ສຳເລັດຜົນ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ກໍສະເໜີໃຫ້ກຳປູເຈຍສືບຕໍສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຊາວຫວຽດນາມ ອາໄສຢູ່ກຳປູເຈຍມີຊີວິດການເປັນຢູ່ເປັຍປົກກະຕິ, ພັດທະນາ, ປະກອບສ່ວນເຂົ້າໃນການພັດທະນາຂອງກຳປູເຈຍ ກໍຄືຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດ ແລະ ປະຊາຊົນ 2 ຊາດ.