(ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung
ເຂົ້າຮ່ວມບັນດາກອງປະຊຸມສຸດຍອດອາຊຽນ ຄັ້ງທີ 21)
(vovworld) - ວັນທີ 19/11, ຢູ່ຫໍສັນຕິພາບ, ທີ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ພ້ອມກັບບັນດາການນຳອາຊຽນ ເຂົ້າຮ່ວມບັນດາກອງປະຊຸມສຸດຍອດກັບບັນດາປະເທດຄູ່ຮ່ວມມືຄື: ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ຈີນ ແລະ ກອງປະຊຸມສຸດຍອດສະເຫຼີມສະຫຼອງ ອາຊຽນ +3 ກັບ 3 ປະເທດອາຊີຕາເວັນອອກສຽງເໜືອຄື: ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ມີບົດກ່າວປະໄສທີ່ສຳຄັນ, ແບ່ງປັນທັດສະນະລວມຂອງອາຊຽນ ກໍຄືຂໍ້ສະເໜີມາດຕະການຕ່າງໆຢ່າງລະອຽດ ແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລີກ, ແທດຈິງ ແລະ ມີປະສິດທິຜົນ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ. ຕອນຄໍ່າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ພ້ອມກັບບັນດາການນຳອາຊຽນ ແລະ ທ່ານປະທານາທິບໍດີອາເມລິກາ Barack Obama ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ອາເມລິກາ ຄັ້ງທີ 4.
ກ່ອນນັ້ນຄືຕອນຄໍ່າວັນທີ 18/11, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 21 ໄດ້ອັດລົງຢ່າງຈົບງາມ. ການນຳບັນດາປະເທດ ອາຊຽນ ໄດ້ອອກຖະແຫລງການພະນົມເປັນ ຮັບຮອງເອົາຖະແຫລງການສິດທິມະນຸດ ອາຊຽນ (AHRD) ຊື່ງແມ່ນເອກະສານດ້ານການເມືອງສຳຄັນຕົ້ນຕໍ່ກ່ຽວກັບການຮ່ວມມືສິດທິມະນຸດຢູ່ພາກພື້ນ ແລະ ຮັບຮອງເອົາແຜນດຳເນີນງານຜັນຂະຫຍາຍຖະແຫລງການ ບາລີ ກ່ຽວກັບປະຊາຄົມ ອາຊຽນໃນປະຊາຄົມສາກົນຂອງບັນດາປະຊາຊາດ, ປະກາດການສ້າງສະຖາບັນຄົ້ນຄ້ວາສັນຕິພາບ ແລະ ໄກ່ເກຍປອງດອງ ອາຊຽນ (AIPR) ຢ່າງເປັນທາງການ. ກ່ອນຫນ້ານັ້ນ, ການນຳບັນດາປະເທດ ອາຊຽນ ໄດ້ດຳເນີນວາລະປະຊຸມຄົບຄະນະກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 21, ວາລະປະຊຸມວົງແຄບເພື່ອປຶກສາຫາລືກ່ຽວກັບບັນດາຈຸດສຸມ ແລະ ບຸລິມະສິດຂອງ ອາຊຽນ ແລະ ແລກປ່ຽນກັບສະພາທີ່ປຶກສາເສດຖະກິດ ອາຊຽນ(ABAC). ທີ່ບັນດາວາລະປະຊຸມ, ການນຳບັນດາປະເທດ ອາຊຽນ ໄດ້ປຶກສາຫາລືກ່ຽວກັບການຍູ້ແຮງການສ້າງປະຊາຄົມອາຊຽນ, ເພີ່ມທະວີການເຊື່ອມຈອດ ແລະ ຮ່ວມສຳພັນໃນພາກພື້ນ, ເພີ່ມທະວີການພົວພັນຕ່າງປະເທດ ແລະ ບົດບາດໃຈກາງຂອງ ອາຊຽນ ກໍຄືການແລກປ່ຽນ ບັນດາບັນຫາພາກພື້ນ ແລະ ສາກົນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບການພົວພັນການຕ່າງປະເທດຂອງ ອາຊຽນ, ບັນດາການນຳ ໄດ້ເຫັນດີວ່າ: ອາຊຽນ ຄວນສືບຕໍ່ເປີດກວ້າງການພົວພັນກັບບັນດາປະເທດຄູ່ເຈລະຈາ, ເສີມຂະຫຍາຍບົດບາດໃຈກາງໃນການຊຸກຍູ້ບັນດາຂອບເຂດ ແລະ ວິວັດທະນາການຮ່ວມມືຢູ່ພາກພື້ນຄື: ອາຊຽນ +1, ອາຊຽນ +3, ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS), ເວທີປາໄສພາກພື້ນ ອາຊຽນ (ARF) … ສ້າງເງື່ອນໄຂໃຫ້ບັນດາປະເທດຄູ່ເຈລະຈາເຂົ້າຮ່ວມຢ່າງຕັ້ງຫນ້າ ແລະ ປະກອບສ່ວນໃນການສ້າງຈຸດໝາຍລວມຢູ່ພາກພື້ນ.
ກ່ອນຫນ້ານັ້ນ, ເມື່ອຕອບສຳພາດຕໍ່ນັກຂ່າວພາຍຫລັງທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ອາຊຽນ, ທ່ານ Le Luong Minh ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
“ຫນ້າທີ່ບຸລິມະສິດຕົ້ນຕໍຂອງເລຂາທິການໃຫຍ່ອາຍຸການຈະມາເຖິງ ແມ່ນຊີ້ນຳນຳພາ, ຄຸ້ມຄອງ ແລະ ຕິດຕາມກວດກາການເຄື່ອນໄຫວຂອງຄະນະເລຂາ ອາຊຽນ ໃນການຫນູນຊ່ວຍ ແລະ ສົມທົບຜັນຂະຫຍາຍບັນດາໂຄງການດຳເນີນງານບຸລິມະສິດ ຢ່າງມີປະສິດທິຜົນ ພິເສດແມ່ນໂຄງການກ່ຽວກັບການສ້າງປະຊາຄົມ, ແຜນການສັງລວມກ່ຽວກັບການເຊື່ອມຈອດ ອາຊຽນ, ຂໍ້ລິເລີ່ມ, ຮ່ວມສຳພັນ ອາຊຽນ ກໍຄືບັນດາໂຄງການຮັດແຄບຊ່ອງຫວ່າງພັດທະນາເພື່ອຮັບປະກັນການພັດທະນາແບບຍືນຍົງ ແລະ ຍາວນານຂອງປະເທດສະມາຊິກ ອາຊຽນ ທັງໝົດ.”