( vovworld ) - ຕອນເຊົ້າວັນທີ 7/7, ຢູ່ຮ່າໂນ້ຍ, ສະຫະພັນສະຫະກອນ ຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ອົງການສະຫະປະຊາຊາດປະຈຳຫວຽດນາມ ຈັດຕັ້ງພິທີ່ສະເຫຼີມສະຫຼອງປີສະຫະກອນສາກົນຄັ້ງທີ 18 ແລະ ວັນສະຫະກອນສາກົນຄັ້ງທີ 90. ສະຫະພັນສະຫະກອນສາກົນແມ່ນໜຶ່ງໃນບັນດາອົງການໃຫຍ່ຂອງໂລກ, ຕ່າງໜ້າໃຫ້ກວ່າ 750.000 ສະຫະກອນ ແລະ ສະມາຊິກສະຫະກອນເກືອນ 1 ຕື້ຄົນຂອງເກືອບ 100 ປະເທດສະມາຊິກ. ສະຫະກອນ ໄດ້ປະກອບສ່ວນໂດຍກົງເຂົ້າໃນການປັງປຸງຊີວິດການເປັນຢູ່ຂອງ ½ ຈຳນວນພົນລະເມືອງ, ພິເສດ, ສຳລັບການພັດທະນາແບບໝັ້ນຄົງ, ລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ປະກອບສ່ວນປະຕິບັດບັນດາຈຸດໝາຍສະຫັດສະວັດ. ດ້ວຍຫົວຂໍ້ຂອງປີສາກົນສະຫະກອນ 2012 ແມ່ນ “ສະຫະກອນສ້າງໂລກໃຫ້ມີຄວາມສວຍງາມກວ່າ”, ສະຫະປະຊາຊາດ ແລະ ສະຫະພັນສະຫະກອນສາກົນ, ປາດຖະໜາວ່າ ຜ່ານນັ້ນເພື່ອໂຄສະນາ, ແນະນຳບັນດາຮູບແບບສະຫະກອນທີ່ເປັນແບບຢ່າງເຖິງປະຊາຊົນເປັນຈຳນວນຫຼວງຫຼາຍ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ເນັ້ນໜັກວ່າ.
“ເພື່ອສືບຕໍ່ປ່ຽນໃໝ່ ແລະ ພັດທະນາເສດຖະກິດສະຫະກອນໃນໄລຍະທີ່ຈະມາເຖິງຢ່າງມີປະສິດທິຜົນ, ຕ້ອງຊາບຊືມ ແລະ ກຳໄດ້ບັນດາທັດສະນະ, ແນວທາງຂອງພັກກ່ຽວກັບການພັດທະນາເສດຖະກິດລວມໝູ່ທີ່ໄດ້ວາງອອກໃນມະຕິກອງປະຊຸມໃຫຍ່ພັກທົ່ວປະເທດຄັ້ງທີ່ 11 ແລະ ໃນມະຕິເລກທີ 13 ຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 5 ຊຸດທີ 9. ພັດທະນາສະຫະກອນຕ້ອງປະຕິບັດຕາມຫຼັກການສະຫະກອນ, ປະຕິບັດຕາມຂໍ້ກຳນົດໃນກົດໝາຍວ່າດ້ວຍສະຫະກອນ, ເຄົາລົບຫຼັກການສະໝັກໃຈຂອງບັນດາສະມາຊິກ, ວິວັດການພັດທະນາສະຫະກອນຕິດພັນວິວັດການຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ ແລະ ວິວັດແຫ່ງການກໍ່ສ້າງຊົນນະບົດໃໝ່”.