ໃນການຕ້ອນຮັບປະທານາທິບໍດີ ແຟງລັງ Sauli Niinisto, ທ່ານນາຍົກລັດຖະມົນຕີ Nguyen Tan Dung ສະເໜີ 2 ຝ່າຍຈົ່ງສືບຕໍ່ຮັກສາບັນດາກົນໄກເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ເປີດກ້ວາງກາລະໂອກາດການຮ່ວມມືເສດຖະກິດ - ການຄ້າ, ພິເສດແມ່ນໃນຂົງເຂດອະນາໄມຄວາມປອດໄພດ້ານອາຫານ, ການຮ່ວມມືພາກລັດ - ເອກະຊົນ (ຫຼື PPP), ຂຸດຄົ້ນບໍ່ແຮ່ ແລະ ພະລັງງານ... ນາຍົກລັດຖະມົນຕີທັງ 2 ທ່ານມອບໝາຍໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງ 2 ປະເທດສົມທົບຢ່າງແໜ້ນແຟ້ນເພື່ອກະກຽມສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2013 ດ້ວຍຫຼາຍວິທີທີ່ແທດຈິງ, ມີປະສິດທິຜົນ, ຜ່ານນັ້ນປະກອບສ່ວນຮັດແໜ້ນການພົວພັນຄູ່ຮ່ວມມືອັນດີງາມກ່ວາອີກ ແລະ ເຮັດໃຫ້ການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດລະອຽດຍິ່ງກ່ວາອີກ.
ເມື່ອພົບປະກັບນາຍົກລັດຖະມົນຕີແດນມາກ ທ່ານນາງ Helle Thorning Schmidt, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນທຶນ ODA ເຊິ່ງແດນມາກ ໜູນຊ່ວຍໃຫ້ຫວຽດນາມໃນຊຸມປີຜ່ານມາ ໄດ້ຮັບການນຳໃຊ້ຢ່າງມີປະສິດທິຜົນ, ໂດຍສຸມໃສ່ບັນດາຂົງເຂດຮັບບຸລິມະສິດຂອງຫວຽດນາມ, ພ້ອມກັນນັ້ນກໍ່ຫວັງວ່າ: ຈະສືບຕໍ່ໄດ້ຮັບການໜູນຊ່ວຍຂອງແດນມາກໃນການພັດທະນາພື້ນຖານໂຄງລ່າງ, ການສຶກສາ, ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ຖືວ່າເ ເລື່ອງ 2 ຝ່າຍແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳໄດ້ສ້າງກຳລັງໜູນຊຸກຍູ້ການຮ່ວມມື 2 ຝ່າຍຢ່າງແຮງ, ພິເສດແມ່ນໃນບັນດາຂົງເຂດຮັບບຸລິມະສິດແມ່ນເສດຖະກິດ - ການຄ້າ - ການລົງທຶນ, ການຮ່ວວມືພັດທະນາ...