ນາຍົກລັດຖະມົນຕີ ຄົນໃໝ່ ປາແລດສະຕິນ ຂໍລາອອກຈາກຕຳແໜ່ງ

ນາຍົກລັດຖະມົນຕີ ຄົນໃໝ່ ປາແລດສະຕິນ ຂໍລາອອກຈາກຕຳແໜ່ງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ປາ​ກິດ​ສະຖານ Rami Hamdallah
(ພາບ: alawaba)

(vovworld) –  ​ແຫຼ່ງຂ່າວ ຈາກ​ອົງການ​ນິຍົມລັດຖະບານ ປາ​ແລດ​ສະຕິນ ​ເມື່ອ​ວັນ​ທີ 20/6, ​ໃຫ້​ຮູ້​ວ່າ: ນາຍົກລັດຖະມົນຕີຫາກໍ່​ດຳລົງ​ຕຳ​ແໜ່​ງຂອງ ປາ​ແລດ​ສະຕິນ ທ່ານ Rami Hamdallah ​ໄດ້​ຍື່ນ​ໃບ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ເຖິງ​ທ່ານ​ປະທານາທິບໍດີ Mahmud Abbas. ປະຈຸ​ບັນ, ຍັງບໍ່​ທັນ​ຮູ້​ວ່າ​ທ່ານ​ປະທານາທິບໍດີ Abbas ຈະ​ຮັບ​ຮູ້​ໃບ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ຂອງ​ທ່ານ Hamdallah ຫຼື​ບໍ່ ​ແລະ ຍ້ອນ​ຫຍັງ​ທ່ານ Hamdallah ຈຶ່ງ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ວັນ​ທີ 6/6 ຜ່ານ​ມາ, ນາຍົກລັດຖະມົນຕີຄົນ​ໃໝ່​ຂອງ ປາ​ແລດ​ສະຕິນ ທ່ານ​ Rami Hamdallah ​ແລະ ລັດຖະບານ​ຂອງ ທ່ານ​ໄດ້​ສະບາ​ນຕົວດຳລົງ​ຕຳ​ແໜ່​ງຕໍ່ໜ້າ ປະທານາທິບໍດີ Abbas. ກ່ອນໜ້າ​ນັ້ນ, ວັນ​ທີ 2/6, ທ່ານ​ປະທານາທິບໍດີ Abbas ​ໄດ້​ບົ່ງ​ຕົວ​ທ່ານ Rami Hamdallah, ອະທິການ​ບໍດີ​ມະຫາ​ວິທະຍາ​ໄລ Al – Najad ຢູ່​ນະຄອນ Nablus ພາກ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ​ເປັນ​ນາຍົກລັດຖະມົນຕີ ນຳພາ​ລັດຖະບານ​ຊຸດໃໝ່, ​ແທນ​ໃຫ້​ລັດຖະບານ​ໂດຍ​ທ່ານ Salam Fayyad ນຳ​ໜ້າ.

ຂ່າວ/ບົດ​ອື່ນ