ນາຍົກລັດຖະມົນຕີ ຕ້ອນຮັບຜູ້ຮັກສາການເລຂາທິການໃຫຍ່ພັກປະຊາທິປະໄຕເສລີ ຍີ່ປຸ່ນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ພັກປະຊາທິປະໄຕເສລີ ຍີ່ປຸ່ນ ສືບຕໍ່ຊຸກຍູ້ການພົບປະຂັ້ນສູງລະຫວ່າງສອງພັກກຳອຳນາດ
ນາຍົກລັດຖະມົນຕີ ຕ້ອນຮັບຜູ້ຮັກສາການເລຂາທິການໃຫຍ່ພັກປະຊາທິປະໄຕເສລີ ຍີ່ປຸ່ນ  - ảnh 1ທ່ານ Motoo Hayashi ແລະ ທ່ານ ຫງວຽນຊວນຟຸກ

ຕອນເຊົ້າວັນທີ 23 ທັນວາ, ຢູ່ນະຄອນ ແທັງຮ້ວາ, ແຂວງ ແທັງຮ້ວາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Motoo Hayashi, ຜູ້ຮັກສາການເລຂາທິການໃຫຍ່ພັກປະຊາທິປະໄຕເສລີ ຍີ່ປຸ່ນ ມາຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມພິທີເລີ່ມເຄື່ອນໄຫວດ້ານການຄ້າໂຄງການກັ່ນນ້ຳມັນປະສົມ ງີເຊີນ. ທ່ານນາຍົກລັດຖະມົນຕີ  ໄດ້ສະແດງຄວາມປະຕິຊົມຊື່ນຕໍ່ໜ້າການພັດທະນາອັນດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ ກ້ວາງຂວາງເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ ອາຊີ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດຄື ການເມືອງ, ການທູດ, ເສດຖະກິດ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ… ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ພັກປະຊາທິປະໄຕເສລີ ຍີ່ປຸ່ນ ສືບຕໍ່ຊຸກຍູ້ການພົບປະຂັ້ນສູງລະຫວ່າງສອງພັກກຳອຳນາດ, ລັດຖະບານ, ສະພາແຫ່ງຊາດຂອງສອງປະເທດ; ສະໜັບສະໜູນການເພີ່ມທະວີການຮ່ວມມືການຄ້າ, ການລົງທຶນ, ພົວພັນແລກປ່ຽນວັດທະນະທຳ, ການພົບປະແລກປ່ຽນລະຫວ່າງທ້ອງຖິ່ນຕ່າງໆຂອງສອງປະເທດ.

        ແລະ ກໍ່ໃນວັນດຽວກັນ, ຢູ່ນະຄອນ ແທັງຮ້ວາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ຕ້ອນຮັບທ່ານ Nabil Bourisli, ປະທານ ທັງເປັນຜູ້ອຳນວຍການໃຫຍ່ບໍລິຫານ ບໍລິສັດນ້ຳມັນອາຍແກຼັດສາກົນ Kuwait (KPI) ແລະ ການນຳວິສາຫະກິດ ຍີ່ປຸ່ນ ບາງທ່ານ ເຊິ່ງເປັນບັນດານັກລົງທຶນຍຸດທະສາດຂອງໂຄງການກັ່ນນ້ຳມັນປະສົມ ງີເຊີນ, ແທັງຮ້ວາ.

ຕອບກັບ

ຂ່າວ/ບົດ​ອື່ນ