ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດ​ຍອດ​ກ່ຽວ​ກັບ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ລົງ​ທຶນ ອາ​ຊຽນ 2023 (ASEAN BIS) ປີ 2023

(VOVWORLD) -  ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ອາຊຽນ ຢືນຢູ່ຕໍ່ໜ້າພາລະກຳທີ່ຕ້ອງຢັ້ງຢືນວ່າ “ແມ່ນຂົ້ວໜຶ່ງໃນໂລກຫຼາຍຂົ້ວ”, ແມ່ນໃຈກາງໃນການຮ່ວມມືກໍ່ຄືໂຄງປະກອບຢູ່ພາກພື້ນ ແລະ ອາຊຽນ ມີຄວາມສາມາດຢ່າງພຽງພໍເພື່ອຮັບປະກັນພາລະກຳນັ້ນ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດ​ຍອດ​ກ່ຽວ​ກັບ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ລົງ​ທຶນ ອາ​ຊຽນ 2023 (ASEAN BIS) ປີ 2023 - ảnh 1ອງປະຊຸມສຸດຍອດ ກ່ຽວກັບການດຳເນີນທຸລະກິດ ແລະ ການລົງທຶນ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ 2023 (ASEAN BIS) ປີ 2023

          ຕອນບ່າຍວັນທີ 4 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມ ແລະ ມີບົດກ່າວປາໃສສຳຄັນທີ່ກອງປະຊຸມສຸດຍອດ ກ່ຽວກັບການດຳເນີນທຸລະກິດ ແລະ ການລົງທຶນ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ 2023 (ASEAN BIS) ປີ 2023. ນີ້ແມ່ນເຫດການທຳອິດໃນບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຢູ່ ອິນໂດເນເຊຍ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

          ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ອາຊຽນ ຢືນຢູ່ຕໍ່ໜ້າພາລະກຳທີ່ຕ້ອງຢັ້ງຢືນວ່າ “ແມ່ນຂົ້ວໜຶ່ງໃນໂລກຫຼາຍຂົ້ວ”, ແມ່ນໃຈກາງໃນການຮ່ວມມືກໍ່ຄືໂຄງປະກອບຢູ່ພາກພື້ນ ແລະ ອາຊຽນ ມີຄວາມສາມາດຢ່າງພຽງພໍເພື່ອຮັບປະກັນພາລະກຳນັ້ນ.

          ຕາມທ່ານນາຍົກລັດຖະມົນຕີ ຫວຽດນາມ ແລ້ວ, ອາຊຽນ ຄວນປັບປຸງ ແລະ ເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ, ຮັກສາຫຼັກການ, ຫຼັກໝັ້ນ, ທັດສະນະລວມໃຫ້ໝັ້ນຄົງແໜ້ນແຟ້ນ; ຮັກສາຄວາມສົມດຸນຍຸດທະສາດໃນການພົວພັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື. ອາຊຽນ ຄວນຮັກສາຄຳໝັ້ນສັນຍາຍາວນານ ກ່ຽວກັບການເປີດປະຕູຕະຫຼາດ, ຊຸກຍູ້ການຄ້າ ແລະ ການລົງທຶນ. ສືບຕໍ່ຊຸກຍູ້ບັນດາສັນຍາການຄ້າເສລີ, ການຮ່ວມສຳພັນເສດຖະກິດພາກພື້ນ ແລະ ທົ່ວໂລກຢ່າງແຮງ.

          ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ລັດຖະບານ ແລະ ວິສາຫະກິດ ຄວນຮ່ວມມືນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນ, ແທດຈິງ, ສົ່ງເສີມ ແລະ ຖືສຽງເວົ້າຂອງວິສາຫະກິດເປັນສຳຄັນ. ຄວນເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງລະຫວ່າງບັນດາປະເທດ, ສ້າງການເຊື່ອມຕໍ່ໃນທົ່ວພາກພື້ນ.

          ເມື່ອເວົ້າເຖິງຄວາມຮັບຜິດຊອບຂອງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:

          ໂດຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ສະມາຊິກຕັ້ງໜ້າ ມີຄວາມຮັບຜິດຊອບ, ຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ອິນໂດເນເຊຍ ແລະ ບັນດາປະເທດ ອາຊຽນ ອື່ນ ມານະພະຍາຍາມເພື່ອເສີມສ້າງ ອາຊຽນ ສາມັກຄີ, ເປັນເອກະພາບ, ກຸ້ມຕົນເອງ ແລະ ພັດທະນາ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາລວມຢູ່ພາກພື້ນ ແລະ ຢູ່ໃນໂລກ”.

 

ຕອບກັບ

ຂ່າວ/ບົດ​ອື່ນ