(vovworld) – ໂດຍສືບຕໍ່ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ວັນທີ 12/9, ທ່ານນາຍົກລັດຖະມົນຕີ ສິງກາໂປ ຫຼີຊຽນຫຼູງ ໄດ້ໄປຢ້ຽມຢາມຫໍພິພິທະພັນກອງທັບ, ພະລາດສະວັງ ທັງລອງ, ວັນມ໋ຽວ - ກວກຕື໋ຢ໋ຽມ ແລະ ບາງປູຊະນີຍະສະຖານອື່ນໆຢູ່ນະຄອນຫຼວງ ຮ່າໂນ້ຍ. ກໍ່ໃນວັນທີ 12/9, ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼູງ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ.
ກ່ອນໜ້ານັ້ນ, ວັນທີ 12/9, ພາຍຫຼັງການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼູງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມເຫັນດີເປັນເອກະສັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກາໂປ. ຕາມນັ້ນແລ້ວ, ຫວຽດນາມ ແລະ ສິງກາໂປ ເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືໃນທຸກຂົງເຂດຄື: ການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ... ຖະແຫຼງການຢັ້ງຢືນ 2 ຝ່າຍຈະມານະພະຍາຍາມເພີ່ມທະວີການພົວພັນຄູ່ຮ່ວມມື 2 ຝ່າຍ ແລະ ຮ່ວມມືກັບບັນດາປະເທດອື່ນ ເພື່ອແນໃສ່ປະກອບສ່ວນຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນ ແລະ ການຮ່ວມມືໃນພາກພື້ນ, ຮັບມືກັບບັນດາການທ້າທາຍໃໝ່ຂອງພາກພື້ນ ແລະ ສາກົນ. ຫວຽດນາມ ແລະ ສິງກາໂປ ໃຫ້ຄຳໝັ້ນສັນຍາເຄົາລົບບັນດາຫຼັກການຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ລວມມີບັນດາຫຼັກການກ່ຽວກັບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ. 2 ຝ່າຍຢັ້ງຢືນຄວາມຕັດສິນໃຈຮ່ວມມືເພື່ອມຸ່ງໄປເຖິງປະຊາຄົມ ອາຊຽນ ເຊື່ອມໂຍງ, ປະຕິບັດບັນດາຈຸດໝາຍຂອງ ອາຊຽນ ຮອດປີ 2015 ແລະ ຊຸມປີຕໍ່ໆໄປເພື່ອຮັບປະກັນການເຕີບໂຕ ແລະ ຄວາມວັດທະນາຖາວອນຍາວນານໃຫ້ພາກພື້ນ.
ກ່ອນໜ້ານັ້ນ, ວັນທີ 11 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ແລະ ພັນລະຍາ ໄດ້ຈັດງານລ້ຽງຮັບຮອງທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ເນື່ອງໃນໂອກາດທ່ານມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ກ່າວຄຳເຫັນທີ່ງານລ້ຽງ, ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ເນັ້ນໜັກວ່າ ປີ 2013 ແມ່ນປີສຳຄັນສຳລັບການພົວພັນ 2 ປະເທດຫວຽດນາມ - ສິງກະໂປ ກ່ອນຈັດການສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ 2 ປະເທດ. ປີ 2013 ນີ້ ກໍ່ແມ່ນປີທີ່ 2 ປະເທດຍົກລະດັບການພົວພັນຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດ. ການພົວພັນນີ້ ໄດ້ສະແດງອອກທັງລວງກວ້າງ ແລະ ລວງເລີກ, ຜ່ານນັ້ນສະແດງໃຫ້ເຫັນຄຳໝັ້ນສັນຍາຂອງຫວຽດນາມ ແລະ ສິງກະໂປ ໃນການປັບປຸງການພົວພັນນີ້ໃຫ້ດີກວ່າອີກໃນຊຸມປີຈະມາເຖິງ. ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ຖືວ່າ ໜຶ່ງໃນບັນດາເສົ້າຄ້ຳສຳຄັນໃນການພົວພັນ 2 ຝ່າຍ ແມ່ນການພົວພັນດ້ານເສດຖະກິດລະຫວ່າງ 2 ປະເທດຢ່າງແຮງ; ເຂດອຸດສາຫະກຳຫວຽດນາມ - ສິງກະໂປ (VSIP) ຢູ່ແຂວງກວາງຫງ້າຍ ໄດ້ສະແດງໃຫ້ເຫັນຄວາມສາມາດບົມຊ້ອນຮ່ວມມືທີ່ໃຫຍ່ຫຼວງຂອງ 2 ຝ່າຍ. ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ຢືນຢັນວ່າ ຫວຽດນາມ ແລະ ສິງກະໂປ ໄດ້ແບ່ງປັນຄວາມສົນໃຈລວມກ່ຽວກັບເຂດອາຊີຕາເວັນອອກສ່ຽງໃຕ້ ແຫ່ງສັນຕິພາບ ແລະ ສະຖຽນລະພາບ ເພື່ອໃຫ້ທຸກໆປະເທດພັດທະນາແບບວັດຖະນາຖາວອນ; ບັນດາປະເທດໃນພາກພື້ນ ພ້ອມກັນກໍ່ສ້າງອາຊຽນ ແຫ່ງສາມັກຄີ ແລະ ເຊື່ອມໂຍງກວ່າ ດ້ວຍການພົວພັນອັນດີງາມກັບບັນດາຄູ່ຮ່ວມມື. ມ້ວນທ້າຍບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ເນັ້ນໜັກເຖິງການພົວພັນລະຫວ່າງສິງກະໂປ - ຫວຽດນາມ ແມ່ນການພົວພັນໄດ້ຮັບການພັດທະນາຜ່ານຫຼາຍປີແຫ່ງການອອກແຮງງານຢ່າງດຸໝັນຂະຫຍັນພຽນ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ກັນ.
ໃນຂອບເຂດການເຄື່ອນໄຫວຕ່າງໆເນື່ອງໃນໂອກາດການຢ້ຽມຢາມຂອງນາຍົກລັດຖະມົນຕີ ສິງກາໂປ ຫຼີຊຽນຫຼູງ ຢູ່ ຫວຽດນາມ, ຕອນຄຳ່ວັນທີ 11/9, ລາຍການພົວພັນແລກປ່ຽນສິລະປະລະຫວ່າງ ກອງທັບ ສິງກາໂປ ແລະ ກອງທັບປະຊາຊົນ ຫວຽດນາມ ຖືກຈັດຂຶ້ນຢູ່ ຮ່າໂນ້ຍ. ນີ້ກໍ່ແມ່ນການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສິງກາໂປ. ທ່ານ ພັນເອກ ຫງວຽນເຟືອງຢ້ຽນ, ຮອງຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ໃຫ້ຮູ້ວ່າ:
“ນີ້ແມ່ນລາຍການທີ່ເປັນເອກະລັກສະເພາະ, ເຂັ້ມຄົ້ນໄປດ້ວຍສີສັນຝ່າຍຕາເວັນອອກ ແລະ ປະສານສົມທົບກັບບັນດາບົດດົນຕີຂອງຝ່າຍຕາເວັນຕົກທີ່ທັນສະໄໝ. ມະຫາຊົນໄດ້ຮັບຊົມລາຍການສະແດງສິລະປະທີ່ເພິດເພີນ, ແຕ່ກໍ່ເຂັ້ມຂົ້ນໄປດ້ວຍນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງກອງທັບ 2 ປະເທດ.”