(VOVWORLD) -ທ່ານນາຍົກລັດຖະມົນຕີ ຝາກຄຳເຕືອນເຖິງ ຄູຝຶກ ປັກຮາງເຊວ, ຄະນະຝຶກຊ້ອມ ແລະ ບັນດານັກເຕະບານໃນທີມບານເຕະໄດ້ສາມາດເຂົ້າຮອບ 4 ທີມ, ກາຍເປັນໜຶ່ງໃນ 8 ທີມບານເຕະບານທີ່ມີຄວາມແຂງແກ່ນທີ່ສຸດໃນທະວີບ ເຊິ່ງເປັນຜົນງານທີ່ໜ້າປະທັບໃຈທີ່ສຸດ.
ກ່ອນທີ່ຈະ ອອກເດີນທາງໄປເຂົ້າຮ່ວມເວທີປາໄສເສດຖະກິດໂລກ (WEF) ຢູ່ Davos, ປະເທດສະວິດ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ໄດ້ໂທລະສັບໄປຫາ ຄູຝຶກ ປັກຮາງເຊວ ແລະ ທີມບານເຕະ ຫວຽດນາມ ເພື່ອລະດົມກຳລັງໃຈ ໃຫ້ນັກເຕະບານທີມຊາດ ຫວຽດນາມ ຈົ່ງມີຄວາມໝັ້ນໃຈໃນການແຂ່ງຂັນຄັດເລືອກ 4 ທີມ ທີ່ຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ໂທລະສັບໄປຫາ ຄູຝຶກ ປັກຮາງເຊວ ແລະ ທີມບານເຕະ ຫວຽດນາມ (ພາບ:TTXVN) |
ທ່ານນາຍົກລັດຖະມົນຕີ ອວຍພອນໃຫ້ບັນດານັກເຕະກະກຽມເຂົ້າສູ່ນັດການແຂ່ງຂັນທີ່ຈະມາເຖິງ ດ້ວຍຈິດໃຈສະຫວາດສະເຫວີຍ, ມີຄວາມສາມັກຄີ, ມີຄວາມເຊື່ອໝັ້ນຕົນເອງ, ເຂັ້ມແຂງ ແລະ ພະຍາຍາມສຸດຄວາມສາມາດຂອງຕົນ
ໃນເວລາ 20 ໂມງ ຂອງວັນທີ 24 ມັງກອນ (ຕາມເວລາ ຢູ່ ຫວຽດນາມ) ທີມບານເຕະຊາຍ ຫວຽດນາມ ຈະພົບກັບທີມ ຍີ່ປຸ່ນ ໃນຮອບຄັດເລືອກ 4 ທີມ 4 ປະຕູຕໍ່ 2 ຂອງການແຂ່ງຂັນ ASIAD 2019, ຫຼັງຈາກເອົາຊະນະຕໍ່ທີມ ຈໍແດນ ດ້ວຍການເຕະ 11 ແມັດ.