ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຕ້ອນຮັບສະມາຄົມທະນາຍຄວາມອາເມລິກາ

(VOVWORLD) -ໃນຕອນບ່າຍວັນທີ 11 ມັງກອນ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນສະມາຄົມທະນາຍຄວາມອາເມລິກາ (ABA) ໂດຍທ່ານນາງ Hilarie Bass, ປະທານສະມາຄົມທະນາຍຄວາມເປັນຫົວໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຕ້ອນຮັບສະມາຄົມທະນາຍຄວາມອາເມລິກາ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຕ້ອນຮັບສະມາຄົມທະນາຍຄວາມອາເມລິກາ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ນາຍົກລັດຖະມົນຕີ ຫວຽນຊວນຟູ໋ກ ໃຫ້ຮູ້ວ່າ ຫວຽດນາມ ພວມເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ. ທ່ານ ນາຍົກລັດຖະມົນຕີ ສະເໜີ ABA ວ່າໂດຍແມ່ນສະຫະສະມາຄົມທະນາຍຄວາມໃຫຍ່, ມີປະສົບການ, ຈົ່ງໜູນຊ່ວຍສະຫະພັນທະນາຍຄວາມ ຫວຽດນາມ ຍົກສູງກຳລັງຄວາມສາມາດເຊື່ອມໂຍງໃນໄລຍະຈະມາເຖິງ. ທ່ານ ນາຍົກລັດຖະມົນຕີ ກໍ່ຢືນຢັນວ່າລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງອາຊີບທະນາຍຄວາມ ແລະ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ອາຊີບສຳຄັນນີ້ພັດທະນາໃນສັງຄົມປະຊາທິປະໄຕ, ເປີດເຜີຍ, ໂປ່ງໃສເພື່ອຮັບປະກັນໃຫ້ກົດໝາຍໄດ້ຮັບການປະຕິບັດໄດ້ດີທີ່ສຸດ.

        ສ່ວນທ່ານນາງ Hilarie Bass ສະແດງຄວາມພາກພູມໃຈຍ້ອນວ່າລະຫວ່າງ ABA ແລະ ສະຫະພັນທະນາຍຄວາມ ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື ແລະ ຢືນຢັນວ່າພ້ອມແລ້ວທີ່ຈະຊ່ວຍເຫຼືອບັນດາບາດກ້າວພັດທະນາຂອງສະຫະພັນທະນາຍຄວາມ ຫວຽດນາມໃນຕໍ່ໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ