ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສິງກະໂປ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ຕອນບ່າຍວັນທີ 26 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາໄດ້ມີການພົບປະ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສິງກະໂປ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສິງກະໂປ - ảnh 1 ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສິງກະໂປ (ພາບ: baoquocte.vn)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດ ຫວຽດນາມ ແມ່ນຍາມໃດກໍ່ເຄົາລົບອາລົມຈິດອັນລ້ຳຄ່າຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດອ່ວາຍໜ້າເມືອຫາປະເທດ ແລະ ຍາມໃດກໍ່ຖືຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນເລືອດເນື້ອເຊື້ອໄຂສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ: ພໍ່ແມ່ພີ່ນ້ອງອາໄສຢູ່ ສິງກະໂປ ຈະສືບຕໍ່ເສີມຂະຫຍາຍເປັນປະຊາຄົມປັນຍາຊົນໜຸ່ມດ້ວຍຖັນແຖວສາດສະດາຈານ, ປະລິນຍາເອກມີລະດັບຄວາມຮູ້ສູງ ແລະ ເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນຢ່າງເລິກເຊິ່ງ, ເຮັດແນວໃດ ເພື່ອກາຍເປັນພົນລະເມືອງທົ່ວໂລກ ແຕ່ຍັງຄົງເສີມຂະຫຍາຍໄດ້ສີສັນວັດທະນະທຳ ຫວຽດນາມ. ທ່ານນາຍົກລັດຖະມົນຕີກໍ່ສະເໜີບັນດາສາດສະດາຈານ, ນັກວິທະຍາສາດ, ບັນດານັກຊ່ຽວຊານ ແລະ ນັກສຶກສາ ຫວຽດນາມ ດ້ວຍບົດຮຽນ, ຄວາມຮູ້ຂອງຕົນສືບຕໍ່ອຸທິດສ່ວນ, ປະກອບກຳລັງເຫື່ອແຮງ ແລະ ພູມປັນຍາໃຫ້ແກ່ການພັດທະນາຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ