ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສົ່ງສານອາວພອນສະເຫຼີມສະຫຼອງ 20 ປີແຫ່ງວັນ ຮົງກົງ ກັບຄືນສູ່ ຈີນ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນ ຮົງກົງ ກັບຄືນສູ່ ຈີນ (01/07/1997 – 01/07/2017), ວັນທີ 28 ມິຖຸນາ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວຍຟຸກ ໄດ້ສົ່ງສານອວຍພອນເຖິງທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສົ່ງສານອາວພອນສະເຫຼີມສະຫຼອງ 20 ປີແຫ່ງວັນ ຮົງກົງ ກັບຄືນສູ່ ຈີນ - ảnh 1 ຮົງກົງໃນປະຈຸບັນ (ພາບປະກອບ)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ເລື່ອງ ຮົງກົງ ກັບຄືນສູ່ ຈີນ ແມ່ນເຫດການທີ່ມີຄວາມໝາຍສຳຄັນຢ່າງຍິ່ງສຳລັບພັກ, ລັດຖະບານ ແລະ ປະຊາຊົນ ຈີນ, ບັນດາຜົນງານຍິ່ງໃຫຍ່ໃນການພັດທະນາເສດຖະກິດສັງຄົມຂອງ ຮົງກົງ ໃນ 20 ປີຜ່ານມາ ໄດ້ຢັ້ງຢືນຄວາມຖືກຕ້ອງ ແລະ ຜົນສຳເລັດຂອງນະໂຍບາຍ “ປະເທດໜຶ່ງ, ສອງລະບອບ”; ຢືນຢັນພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຖືເປັນສຳຄັນທີ່ສຸດການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືຮອບດ້ານກັບພັກ, ລັດຖະບານ ແລະ ປະຊາຊົນ ຈີນ, ໃນນັ້ນ ມີການພົວພັນຕ່າງຝ່າຍຕ່າງມີຜົນປະໂຫຍດກັບເຂດປົກຄອງພິເສດ ຮົງກົງ; ພ້ອມກັບ ຈີນ ມານະພະຍາຍາມຜັນຂະຫຍາຍຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງ 2 ປະເທດຢ່າງມີປະສິດທິຜົນ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ສືບຕໍ່ພັດທະນາ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ