ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍ ຂະບວນການບໍ່ຮ່ວມກຸ່ມ

(VOVWORLD) -ຕອນຄ່ຳວັນທີ 4 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍ ຂະບວນການບໍ່ຮ່ວມກຸ່ມ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍ ຂະບວນການບໍ່ຮ່ວມກຸ່ມ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍ ຂະບວນການບໍ່ຮ່ວມກຸ່ມ

ໃນວາລະປຶກສາຫາລືຮ່ວມໂດຍທ່ານ ປະທານາທິບໍດີ ອາແຊັກບາຍຢານ ເປັນປະທານ, ບັນດາຜູ້ແທນໄດ້ສຸມໃສ່ແລກປ່ຽນສະພາບການ, ຕີລາຄາກ່ຽວກັບຂໍ້ສະເໜີແນະ ທາງດ້ານທິດທາງ ການສົມທົບກັນໃນ ຂະບວນການບໍ່ຮ່ວມກຸ່ມ; ບັນດາຜົນກະທົບຂອງໂລກລະບາດ ໂຄວິດ - 19 ທີ່ມີຕໍ່ບັນດາປະເທດສະມາຊິກຂອງ ຂະບວນການບໍ່ຮ່ວມກຸ່ມ. ຄາດວ່າ ກອງປະຊຸມຈະຮັບຮອງເອົາຖະແຫຼງການການເມືອງຮ່ວມກ່ຽວກັບ ໂລກລະບາດ ໂຄວິດ - 19.

     ສຳລັບຫວຽດນາມ, ຂະບວນການບໍ່ຮ່ວມກຸ່ມໄດ້ມີສຽງເວົ້າອັນແຂງແຮງ, ຮອບດ້ານໃນບັນດາການຕໍ່ສູ້ປົດປ່ອຍຊາດເມື່ອກ່ອນນີ້ ແລະ ໃນກິດຈະການປົກປັກຮັກສາປະເທດຊາດ, ພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງສາກົນໃນປະຈຸບັນ

ຕອບກັບ

ຂ່າວ/ບົດ​ອື່ນ