ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມງານພົບປະສ້າງສັນ ເນື່ອງໃນໂອກາດງານບຸນ Chol Chnam Thmay

(VOVWORLD) -ຕອນເຊົ້າວັນທີ 6 ເມສາ, ຢູ່ນະຄອນເກິ່ນເທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມງານພົບປະສ້າງສັນ ເນື່ອງໃນໂອກາດ ງານບຸນ Chol Chnam Thmay ປີ 2019 ຂອງພໍ່ແມ່ປະຊາຊົນ ເຜົ່າຂະແມ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມງານພົບປະສ້າງສັນ ເນື່ອງໃນໂອກາດງານບຸນ Chol Chnam Thmay - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຂອງຂວັນໃຫ້ຜູ້ມີຍົດສັກຕຳແໜ່ງທາງສສາສະໜາ

ກ່າວຄຳເຫັນທີ່ພິທີພົບປະສ້າງສັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ, ພັກ, ລັດ ຫວຽດນາມ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດຕໍ່ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ໃນນັ້ນມີພໍ່ແມ່ປະຊາຊົນເຜົ່າຂະແມ. ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນເມື່ອເຫັນຊີວິດການເປັນຢູ່ຂອງຊາວເຜົ່າຂະແມໄດ້ຮັບການປົວແປງໃຫ້ດີຂຶ້ນ, ຜູ້ມີຍົດຖາບັນດາສັກ, ພຸດທະສາສະນິກະຊົນນິກາຍນິຣະຍານ ແລະ ສະມາຄົມສາມັກຄີພະສົງສຳມະເນນຜູ້ຮັກຊາດ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ, ມີຄວາມສາມັກຄີກັນໃນຊາຍຄາລວມສະມາຄົມພຸດທະສາສະໜາຫວຽດນາມ. ເຖິງຢ່າງໃດກໍ່ຕາມ ທ່ານນາຍົກລັດຖະມົນຕີ ກໍ່ຍົກອອກຄວາມຫຍຸ້ງຍາກ, ສິ່ງທ້າທາຍສຳລັບເຂດພາກໃຕ້ເວົ້າລວມ, ເຂດພໍ່ແມ່ປະຊາຊົນເຜົ່າຂະແມ ເວົ້າສະເພາະ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳວ່າ

        ຂ້າພະເຈົ້າຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ພະນັກງານ, ນັກຮົບ ແລະ ບັນດາຜູ້ມີຍົດຖາບັນດາສັກ, ພະສົງສຳມະເນນເຜົ່າຂະແມທຸກຖ້ວນໜ້າ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດ, ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດເປັນຢ່າງດີ, ຍົກສູງນ້ຳໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບືນຕົວຂຶ້ນ, ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ ເພື່ອໃຫ້ທຸກຄົນ, ທຸກຄອບຄົວ ລ້ວນແຕ່ມີຊີວິດດີງາມກວ່າ. ພ້ອມທັງຕັ້ງໜ້າເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ອອກແຮງແຂ່ງຂັນສຶກສາຮ່ຳຮຽນ ເພື່ອຍົກສູງລະດັບຄວາມຮູ້ຄວາມສາມາດໃນທຸກດ້ານ; ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດທະນະທຳ, ຈິດໃຈຂອງພໍ່ແມ່ປະຊາຊົນໃຫ້ນັບມື້ນັບມີຄວາມອຸດົມສົມບູນຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ