ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ນ​ຟ​ຸກ ໃຫ້​ການ​ຕ້ອນ​ຮັບ ອະ​ດີດ​ລັດ​ຖະ​ມົນ​ຕ​ີການ​ເງິນ ອາ​ເມ​ລິກ​າ ແລະ ລ​າ​ຊ​ະທິ​ດາ ຊູ​ແອັດ

(VOVWORLD) - ຫວຽດນາມຍາມໃດກໍ່ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ, ຍາມໃດກໍ່ເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີ ວິສາຫະກິດ ອາເມລິກາ ທີ່ພວມເຂົ້າມາລົງທຶນດຳເນີນທຸລະກິດຢ່າງສະດວກຢູ່ ຫວຽດນາມ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ນ​ຟ​ຸກ ໃຫ້​ການ​ຕ້ອນ​ຮັບ ອະ​ດີດ​ລັດ​ຖະ​ມົນ​ຕ​ີການ​ເງິນ ອາ​ເມ​ລິກ​າ ແລະ ລ​າ​ຊ​ະທິ​ດາ ຊູ​ແອັດ - ảnh 1ທ່ານ Timothy Geithner ອະດີດລັດຖະມົນຕີການເງິນ ອາເມລິກາ ແລະ ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ (ພາບ: ເຍີດບັກ/VGP)

ຕອນບ່າຍວັນທີ 7 ພຶດສະພາ, ທີ່ການຕ້ອນຮັບທ່ານ Timothy Geithner, ປະທານກອງທຶນ Warburg Pincus, ອະດີດລັດຖະມົນຕີການເງິນ ອາເມລິກາ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງກອງທຶນໃນການເຂົ້າຮ່ວມລົງທຶນເຂົ້າໃນບາງໂຄງການຢູ່ ຫວຽດນາມ. ທ່ານ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ: ຫວຽດນາມ ມີຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ. ຫວຽດນາມຍາມໃດກໍ່ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ, ຍາມໃດກໍ່ເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີ ວິສາຫະກິດ ອາເມລິກາ ທີ່ພວມເຂົ້າມາລົງທຶນດຳເນີນທຸລະກິດຢ່າງສະດວກຢູ່ ຫວຽດນາມ.

        ສ່ວນທ່ານ Timothy Geithner ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ກອງທຶນມີ 5ໂຄງການລົງທຶນຢູ່ ຫວຽດນາມ, 2 ໃນຈຳນວນນັ້ນແມ່ນລົງທຶນເຂົ້າໃນຂົງເຂດການເງິນ. ທ່ານປາດຖະໜາຢາກ ໃຫ້ຫວຽດນາມ ສືບຕໍ່ຢຶດໝັ້ນບັນດາຄວາມມານະພະຍາຍາມໃນການປະຕິຮູບ, ເຊື່ອມໂຍງ; ຫວັງວ່າ ລັດຖະບານ ຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດທີ່ມາລົງທຶນເຂົ້າຂົງເຂດການເງິນ, ທະນາຄານ, ການຊຳລະແບບເອເລັກໂຕນິກໃຫ້ຫຼາຍກ່ວາອີກ.   

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ນ​ຟ​ຸກ ໃຫ້​ການ​ຕ້ອນ​ຮັບ ອະ​ດີດ​ລັດ​ຖະ​ມົນ​ຕ​ີການ​ເງິນ ອາ​ເມ​ລິກ​າ ແລະ ລ​າ​ຊ​ະທິ​ດາ ຊູ​ແອັດ - ảnh 2ລາຊະທິດາ Victoria Ingrid Alice Desiree ຊູແອັດ ແລະ ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ (ພາບ:  ເຍີດບັກ/VGP)

ແລະກໍ່ໃນຕອນບ່າຍວັນທີ 7 ພຶດສະພາ, ທີ່ການຕ້ອນຮັບລາຊະທິດາ Victoria Ingrid Alice Desiree ຊູແອັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະແດງຄວາມປາດຖະໜາຢາກໃຫ້ພະບໍລົມວົງສານຸວົງ ແລະ ລັດຖະບານ ຊູແອັດ ຊຸກຍູ້ການລົງນາມໃນສັນຍາການຄ້າເສລີລະຫວ່າງ ຫວຽດນາມ - EU (EVFTA)ໂດຍໄວ ເພື່ອສ້າງໂອກາດບຸກທະລຸໃໝ່ໃນການພົວພັນທາງການຄ້າ, ການລົງທຶນລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: ປັດຈຸບັນ, ຊູແອັດແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນທີ່ສຸດ ແລະ ໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ ໃນສະຫະພາບ ເອີລົບ (EU). ທ່ານນາຍົກລັດຖະມົນຕີມີຄວາມຫວັງ ແລະ ເຊື່ອໝັ້ນວ່າ ບັນດາວິສາຫະກິດຊູແອັດ ທີ່ຕິດຕາມມາໃນການຢ້ຽມຢາມຄັ້ງນີ້ຈະມີໂອກາດເຊື່ອມຕໍ່ກັບບັນດາຄູ່ຮ່ວມມືທີ່ເໝາະສົມຢູ່ ຫວຽດນາມ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.

ສ່ວນ ລາຊະທິດາ ຊູແອັດໄດ້ຖືວ່າ ການພົວພັນລະຫວ່າງສອງປະເທດບໍ່ພຽງແຕ່ແຕກດອກອອກໝາກໃນຂົງເຂດການເມືອງເທົ່ານັ້ນ ຫາກຍັງຢູ່ໃນຂົງເຂດເສດຖະກິດ, ການຄ້າອີກດ້ວຍ. ລາຊະທິດາໃຫ້ຮູ້ວ່າ ໃນການຢ້ຽມຢາມຫວຽດນາມຄັ້ງນີ້ມີທັງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ວິສາຫະກິດປ່ຽນແປງໃໝ່ປະດິດສ້າງ, ສະໜອງບັນດາວິທີການແກ້ໄຂຢ່າງຮອບດ້ານ, ພັດທະນາແບບຍືນຍົງ, ອາດຈະສ້າງຄວາມແຕກຕ່າງກັນໃນການຜະລິດດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ