ນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີລົບຄັ້ງທີ 11
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (TTXVN)
|
(vovworld)- ວັນທີ 15/7, ກອງປະຊຸມສຸດຍອດອາຊີ-ເອີລົບຄັ້ງທີ 11(ASEM 11) ໄດ້ຖືກໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງ ອູລານບາຕໍ ເທດມົງໂກນ. ຄະນະຜູ້ແທນຫວຽດນາມໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ນຳໜ້າໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ກ່າງຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ຕໍ່ໜ້າບັນດາກາລະໂອກາດ ແລະ ສິ່ງທ້າທາຍໃໝ່ໃນສະຖານະການໂລກປະຈຸບັນ, ASEM ຄວນປ່ຽນແປງໃໝ່, ຍົກສູງປະສິດທິຜົນການຮ່ວມມື ແລະ ມຸ່ງໄປສູ່ລະດັບສູງໃໝ່ໃນທົ່ວໂລກກ່ຽວກັບການເຈລະຈາ ແລະ ຮ່ວມມືໃນສະຕະວັດທີ 21, ປະກອບສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນ 2 ທະວີບ ແລະ ໃນໂລກ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ການເຈລະຈາ ແລະ ຮ່ວມມື ASEM ຄວນເຊື່ອມຈອດກັນຢ່າງແໜ້ນແຟ້ນ ແລະ ມຸ່ງໄປສູ່ບັນດາເປົ້າໝາຍພັດທະນາແບບຍືນຍົງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນ ແລະ ສືບຕໍ່ໃຫ້ບຸລິມະສິດຢ່າງສູງເພື່ອປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ເພື່ອຍົກລະດັບການຮ່ວມມືASEM, ຊຸກຍູ້ການເຊື່ອມຕໍ່ລະຫວ່າງບັນດາພື້ນຖານເສດຖະກິດອາຊີ-ເອີລົບໂດຍຜ່ານປະຊາຄົມອາຊຽນ, ບັນດາການພົວພັນຄູ່ຮ່ວມມື ແລະ ບັນດາກົນໄກຮ່ວມມື, ຮ່ວມສຳພັນ 2 ຝ່າຍ, ຫຼາຍຝ່າຍທີ່ພວມມີຢູ່ແລ້ວ.