ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພົບປະ ນາຍົກລັດຖະມົນຕີ ລາວ

 ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພົບປະ ນາຍົກລັດຖະມົນຕີ ລາວ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ແລະ ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ
(ພາບ: ສຳນັກຂາວສານ ຫວຽດນາມ)

(vovworld) - ​ໃນ​ຂອບ​ເຂດ​​ລາຍການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ແຂ​ວງທາງ​ພາກ​ເໜືອຂອງ ລາວ, ວັນ​ທີ 15/3, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້​ມີ​ການ​ພົບ​ປະ​​ເຈລະຈາກັບທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ. ທີ່​ການ​ພົບ​ປະ​ເຈລະຈາ, ນາຍົກລັດຖະມົນຕີ ທັງ 2 ທ່ານ ຢັ້ງຢືນ​ຈະ​ສືບ​ຕໍ່​ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ໃນ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ​ເຫັນ​ດີ​ເປັນ​ເອກະ​ພາບ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕັ້ງໜ້າ​ສົມທົບ​ກັນ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂອງ 2 ປະ​ເທ​ດ, ສຸມ​ໃສ່​ຜັນ​ຂະຫຍາຍ​​ໃຫ້ບັນດາ​ໂຄງການຖືກ​ກັບ​ຄວາມ​ຄືບ​ໜ້າ, ປະສິດທິ​ຜົນ​, ພິ​ເສດ​​ແມ່ນ​ປະຕິບັດ​ສຳ​ເລັດ​ບັນດາ​ໂຄງການ​ຈຸດ​ສຸມ, ມີ​ຂອບ​ຂະໜາດ​ໃຫຍ່​ຕິດ​ພັນ​ກັບ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົ​ມ ຂອງ​ລາວ ​ເພື່ອ​ສ້າງ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ ​ໃນ​ກາ​ນພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​. ​ເນື່ອງ​ໃນ​ໂອກາດ​ນີ້, ນາຍົກລັດຖະມົນຕີ 2 ທ່ານ ກໍ່​ໄດ້​ແລກປ່ຽນ​ບາງ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ເຊິ່ງທັງ 2 ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

 

ຂ່າວ/ບົດ​ອື່ນ