(vovworld) - ວັນທີ 4/12, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ, ສະມາຊິກສະພາແຫ່ງຊາດນະຄອນຫາຍຟ່ອງ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດນະຄອນຫາຍຟ່ອງ ດຳເນີນການຳພົບປະກັບຜູ້ມີສິດເລືອກຕັ້ງເມືອງເມືອງ ຮົ່ງບ່າງ ເພື່ອແນໃສ່ແຈ້ງໝາກຜົນພົ້ນເດັ່ນຂອງກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ພ້ອມທັງຮັບຟັງ,ແກ້ໄຂບັນດາຄວາມເປັນຫ່ວງກັນວົນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ຕອບຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງທີ່ກ່ຽວຂ້ອງເຖິງການພັດທະນາການສຶກສາ, ບຳລຸງສ້າງ; ຊີ້ແຈ້ງບັນດາມາດຕະການແກ້ໄຂຄວາມອ່ອນດ້ອຍໃນວຽກງານຄຸ້ມຄອງຄົນງານຕ່າງປະເທດຢູ່ຫວຽດນາມ ກໍຄືຮັດແໜ້ນວຽກງານຄຸ້ມຄອງໃຫ້ຊາວຕ່າງປະເທດເຊົ່າທີ່ດິນປູກປ່າ; ບັນດາຈຸດໝາຍເພີ່ມທະວີຄວາມສາມາດດ້ານປ້ອງກັນຊາດ.
ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ພ້ອມກັບບັນດາການນຳກະຊວງ, ຂະແໜງການສູນກາງ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງນະຄອນຫາຍຟ່ອງກ່ຽວກັບການປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ. ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ຊີ້ແຈ້ງວ່າ.
“ປີ 2012 ພວກເຮົາສາມາດຮັກສາລະດັບເຕີບໂຕຄືແນວນັ້ນ, ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ ແລະ ຮັບປະກັນຊີວິດສັງຄົມຄືແນວນັ້ນ ຈະສ້າງທ່າແຮງໃຫ້ນະຄອນຫາຍຟ່ອງ ເຕີບໂຕສູງກວ່າ, ອັດຕາເງິນເຟີ້ຈະຕໍ່າກວ່າ, ຮັບປະກັນຊີວິດສັງຄົມດີກວ່າໃນປີ 2013. ບົນຈິດໃຈຄືແນວນັ້ນ, ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາສະຫາຍການນຳນະຄອນ ກ່ອນອື່ນໝົດແມ່ນຕ້ອງສຸມໃສ່ກວດກາ, ແກ້ໄຂຄວາມຫຍຸ້ງຍາກເພື່ອຊຸກຍູ້ການຜະລິດ, ໂດຍສະເພາະແມ່ນໜູນຊ່ວຍວິສາຫະກິດໃນບັນດາຂົງເຂດຄືກົນຈັກ, ຕໍ່ກໍ່າປັ່ນ, ຊີມັງ, ຫຼັກກ້າ… ພວກເຮົາຕ້ອງເຂົ້າສູ່ແຕ່ລະຂົງເຂດຢ່າງລະອຽດເພື່ອໜູນຊ່ວຍໃຫ້ແກ່ວິສາຫະກິດ.”