(vovworld) – ໂດຍໄດ້ຮັບຄຳເຊື້ອເຊີນຂອງເຈົ້າຊີວິດ ບຣູໄນ Hassanal Bolkiah, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ຈະນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 23 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງເຊິ່ງຈະຈັດຕັ້ງທີ່ນະຄອນຫຼວງ Bandar Seri Begawan, ປະເທດ ບຣູໄນ ແຕ່ວັນທີ 8 -10/10/2013. ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 23 ແລະ ບັນດາກອງປະຊຸມຂັ້ນສູງກ່ຽວຂ້ອງຈະສຸມໃສ່ປຶກສາຫາລືເລື່ອງຊຸກຍູ້ການສ້າງປະຊາຄົມ ອາຊຽນ, ເພີ່ມທະວີການຮ່ວມສຳພັນ ແລະ ເຊື່ອມຕໍ່, ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືໃນຂອບເຂດ ອາຊຽນ +1, ອາຊຽນ +3 ແລະ EAS, ມຸ່ງໄປເຖິງການພັດທະນາຂອງ ອາຊຽນໃນໄລຍະຫຼັງປີ 2015 ກໍ່ຄືແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊມຄັ້ງຕ່າງໆ ດ້ວຍຈິດໃຈສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຈະມາເຖິງ, ພ້ອມກັບບັນດາປະເທດ ອາຊຽນ ແລະ ບຣູໄນ ຈະປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມຂັ້ນສູງ, ປະກອບສ່ວນກໍ່ສ້າງ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ ແລະ ຮ່ວມສຳພັນຢ່າງແໜ້ນແຟ້ນ, ຊຸກຍູ້ສະພາບແວດລ້ອມສັນຕິພາບ, ໝັ້ນຄົງ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ, ຜ່ານນັ້ນ ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ແລະ ຊຸກຍູ້ການພົວພັນ 2 ຝ່າຍລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມື.