ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ເຂົ້າຮ່ວມກອງປະຊຸມສິ່ງແວດລ້ອມທົ່ວປະເທດຄັ້ງທີ 4

     ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ເຂົ້າຮ່ວມກອງປະຊຸມສິ່ງແວດລ້ອມທົ່ວປະເທດຄັ້ງທີ 4 - ảnh 1
ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ


(vovworld)- ຕອນ​ເຊົ້າ​ວັນ​ທີ 30/9, ກ່າວ​ຄຳ​ເຫັນ​ຊີ້​ນຳກອງ​ປະ​ຊຸມ​ສິ່ງແວດ​ລ້ອມທົ່ວ​ປະ​ເທດ​ຄັ້ງ​ທີ 4 ຊຶ່ງ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ຕອນ​ເຊົ້າ​ວັນ​ທີ 30/9, ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ເນັ້ນ​ໜັກ​ວ່າ : (ເທບ)

     “ ຊຸກ​ຍູ້​ການ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ​ຜະ​ລິດ ປະ​ຢັດ​ພະ​ລັງ​ງານ, ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ຢ່າງມີປະ​ສິດ​ທິ​ຜົນ, ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ດ້ວຍ​ການ​ປ່ອຍ​ດີ​ໂອ​ສິດ​ກາກບອນ​ຕ່ຳ. ເອົາ​ໃຈ​ໃສ່​ຍົກ​ສູງ​ປັດ​ໄຈ​ສິ່ງ​ແວດ​ລ້ອມ​ໃນ​ໂຄງ​ປະ​ກອບ​ມູນ​ຄ່າສິນ​ຄ້າ, ການ​ບໍ​ລິ​ການ, ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂຽວ, ການ​ບໍ​ລິ​ການ​ທີ່​ນຳ​ມາ​ເຊິ່ງ​ຜົນ​​ສະ​ທ້ອນບໍ່​ດີ​ຕໍ່​ສິ່ງ​ແວດລ້ອມ . ບໍ່​ອະ​ນຸ​ຍາດ​ໃຫ້​ເຄື່ອນ​ໄຫວ​ແກ່​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ ກໍ່​ມົນ​ລະ​ພິດ​ສິ່ງ​ແວ​ດລ້ອມ, ຄວ​ບ​ຄຸມ​ຢ່າງ​ເຄັ່ງ​ຄັດ ບໍ່​ປະ​ໃຫ້​ຫວຽດ​ນາມ​ກາຍ​ເປັນ​ສະ​ຖານ​ທີ່​ເກັບ​ຂີ້​ເຫຍື້ອ, ສິ່ງ​ເສດ​ເຫຼືອ​ຈາກ​ເຕັກ​ໂນ​ໂລ​ຢີຫຼ້າຫຼັງ​ຂອງ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ”
ຂ່າວ/ບົດ​ອື່ນ