(ພາບ: vov)
(vovworld)- ວັນທີ 2/4, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ແລະ ຄະນະປະຕິບັດງານຂອງລັດຖະບານຫວຽດນາມ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງແຄງຮວາ ກ່ຽວກັບສະພາບເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ທ່ານນາຍົກລັດ ຖະມົນຕີຫງວຽນເຕິນຢຸງ ຕີລາຄາສູງຄວາມມານະພະຍາຍາມສູ້ຊົນ, ບັນດາໝາກຜົນຮອບດ້ານພໍສົມຄວນຊື່ງແຄງຮວາ ບັນລຸໄດ້ໃນການສ້າງສາ ແລະ ພັດທະນາ ເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ຖືວ່າ, ພ້ອມກັບບັນດາໝາກຜົນທີ່ບັນລຸໄດ້ໃນການພັດທະນາເສດຖະກິດ, ຊີວິດດ້ານວັດຖຸ ແລະ ຈິດໃຈຂອງ ປຊຊ ໃນແຂວງໄດ້ຮັບການປົວແປງຢ່າງບໍ່ຢຸດຢັ້ງ, ອັດຕາສ່ວນຄອບຄົວທຸກຍາກໄດ້ຫລຸດລົງ, ຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ຮັກສາໃຫ້ໝັ້ນຄົງ… ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ປາດຖະໜາວ່າ: ແຄງຮວາ ຈະສືບຕໍ່ເສີມຂະຫຍາຍບັນດໝາກຜົນທີ່ບັນລຸໄດ້, ສືບຕໍ່ບື່ນຕົວຂຶ້ນກ່ຍເປັນແຂວງອຸດສາຫະກຳຕາມທິດທັນສະໄໝ. ທ່ານນາຍົກລັດ ຖະມົນຕີຫງວຽນເຕິນຢຸງ ໃສ່ໃຈວ່າ: ແຄງຮວາ ຈະສືບຕໍ່ປະຕິບັດວຽກງານລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກເປັນຢ່າງດີກ່ວາອີກ, ປະຕິບັດການກໍ່ສ້າງຊົນນະບົດໃໝ່, ໜູນຊ່ວຍ ປຊຊ ພັດທະນາການຜະລິດ, ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງ ປຊຊ ໃນແຂວງ./.