(VOVWORLD) - ຕອນເຊົ້າວັນທີ 5 ສິງຫາ, ຢູ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ລັດຖະບານ ຫວຽດນາມ ໄດ້ດຳເນີນກອງປະຊຸມສະໄໝສາມັນປະຈຳເດືອນກໍລະກົດ 2023 ເພື່ອຕີລາຄາສະພາບການເສດຖະກິດ - ສັງຄົມ ຂອງເດືອນກໍລະກົດ ແລະ 7 ເດືອນຕົ້ນປີ 2023.
ພາບບັນຍາກາດຂອງກອງປະຊຸມ (ພາບ: VOV) |
ພາຍຫຼັງໃຫ້ຂໍ້ສັງເກດກ່ຽວກັບສະພາບການເສດຖະກິດໂລກ ແລະ ພາກພື້ນ ກໍຄືຢູ່ພາຍໃນປະເທດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ໃນເດືອນ ກໍລະກົດ ແລະ 7 ເດືອນຕົ້ນປີນີ້, ໂດຍພື້ນຖານແລ້ວ ຫວຽດນາມ ປະຕິບັດໄດ້ບັນດາເປົ້າໝຍສັງລວມຂອງປີ 2023 ດ້ວຍໝາກຜົນ ດີຂຶ້ນເປັນກ້າວໆ. ເຖິງຢ່າງໃດກໍຕາມ, ໃນສະພາບການສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍກວ່າກາລະໂອກາດ ແລະ ຂໍ້ສະດວກນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ ສຸມໃສ່ປຶກສາຫາລື, ຕີລາຄາຢ່າງຮອບດ້ານ, ໄຈ້ແຍກຢ່າງລະອຽດ, ພາວະວິໄສ; ຍົກໃຫ້ເຫັນຢ່າງຈະແຈ້ງວຽກທີ່ເຮັດໄດ້ດີ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ເຮັດດີກວ່າອີກ, ສ່ວນວຽກໃດທີ່ຍັງບໍ່ທັນບັນລຸມາດຖານ, ກໍຕ້ອງຊອກຫາໄດ້ສາຍເຫດພາວະວິໄສ, ອັດຕະວິໄສ ແລະ ຖອດຖອນບົດຮຽນ.. ພ້ອມດຽວກັນນັ້ນ, ຮັບຮູ້, ຄາດຄະເນສະພາບການໃນໄລຍະຈະມເຖິງ, ຈາກນັ້ນ ຍົກອອກມາດຕະການຈຸດສຸມ, ບັນຫາຫຼັກແຫຼ່ງ, ຂອດບຸກທະລຸໃນເດືອນສິງຫາ ແລະ ບັນດາເດືອນຍັງເຫຼືອຂອງປີ 2023 ແລະ ໄລຍະຕໍ່ໄປ.