ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ ລັດ​ຖະ​ມ​ົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ນັກ​ຮົບ​ເກົ່າ ອາຟະລິກາໃຕ້

(VOVWORLD) -ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມຈະສ້າງເງື່ອນໄຂເພື່ອໃຫ້ການພົວພັນປ້ອງກັນຊາດສອງຝ່າຍພັດທະນາຢ່າງສະດວກ, ປະກອບສ່ວນເຂົ້າໃນການພົວພັນ “ຄູ່ຮ່ວມມືເພື່ອການຮ່ວມມືແລະພັດທະນາ” ລະຫວ່າງ ຫວຽດນາມ ແລະ ອາຟະລິກາໃຕ້.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ ລັດ​ຖະ​ມ​ົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ນັກ​ຮົບ​ເກົ່າ ອາຟະລິກາໃຕ້ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານນາງ Nosiviwe Noluthando Mapisa – Nqakula, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ນັກຮົບເກົ່າ ອາຟະລິກາໃຕ້ (ພາບ: TTXVN)

        ຕອນບ່າຍວັນທີ 22 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Nosiviwe Noluthando Mapisa – Nqakula, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ນັກຮົບເກົ່າ ອາຟະລິກາໃຕ້, ທີ່ພວມມີການຢ້ຽມຢາມ ຫວຽດນາມ, ການມາຢ້ຽມຢາມ ຫວຽດນາມຂອງຄະນະຜູ້ແທນແມ່ນເພື່ອແນໃສ່ຖອດຖອນ, ຮ່ຳຮຽນເອົາບົດຮຽນ, ປະສົບການຂອງ ຫວຽດນາມໃນການພັດທະນາເສດຖະກິດ - ສັງຄົມ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ຫວຽດນາມຍາມໃດກໍ່ຖືການພັດທະນາການພົວພັນຮ່ວມມືກັບ ອາຟະລິກາໃຕ້ເປັນສຳຄັນ, ພ້ອມທັງຕີລາຄາສູງບົດບາດຂອງ ອາຟະລິກາໃຕ້ໃນບັນດາບັນດາຂອງພາກພື້ນ ແລະ ໂລກກໍ່ຄືບັນດາອົງການສາກົນ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ປະຈຸບັນ, ຫວຽດນາມ ໄດ້ ແລະກຳລັງຜັນຂະຫຍາຍ ແຜນຮ່າງ “ພັດທະນາການພົວພັນກັບບັນດາປະເທດທາງທິດຕາເວັນອອກພາກກາງ - ທະວີບອາຟະລິກາ ໄລຍະ 2016 - 2025” ໃນນັ້ນມີ ອາຟະລິກາໃຕ້ໄດ້ຮັບຖືວ່າແມ່ນຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມຢູ່ ທະວີບອາຟະລິກາ. ພິເສດວົງເງິນສອງຝ່າຍລະຫວ່າງ ຫວຽດນາມ ແລະ ອາຟະລິກາໃຕ້ຍາມໃດກໍ່ນຳໜ້າບັນດາປະເທດຢູ່ ທະວີບອາຟະລິກາ, ນີ້ໄດ້ຮັບຖືວ່າແມ່ນຈຸດພົ້ນເດັ່ນໃນການພົວພັນອັນແທດຈິງລະຫວ່າງ ຫວຽດນາມ ກັບບັນດາປະເທດໃນພາກພື້ນ. ຕີລາຄາສູງໝາກຜົນຂອງກອງປະຊຸມພົບປະເຈລະຈາລະຫວ່າງ ກະຊວງປ້ອງກັນປະເທດສອງປະເທດເຊິ່ງໄດ້ດຳເນີນໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມຈະສ້າງເງື່ອນໄຂເພື່ອໃຫ້ການພົວພັນປ້ອງກັນຊາດສອງຝ່າຍພັດທະນາຢ່າງສະດວກ, ປະກອບສ່ວນເຂົ້າໃນການພົວພັນ “ຄູ່ຮ່ວມມືເພື່ອການຮ່ວມມືແລະພັດທະນາ” ລະຫວ່າງ ຫວຽດນາມ ແລະ ອາຟະລິກາໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ