ນາຍົກລັດຖະມົນຕີ ອັງກິດ ຈະປະກາດວັນເວລາ ລາອອກຈາກຕຳແໜ່ງໃນຕົ້ນເດືອນ ມິຖຸນາຈະມາເຖິງ
(VOVWORLD) - ທ່ານນາງ Theresa May ຕັດສິນໃຈຮັບປະກັນວິວັດການຖອນຕົວອອກຈາກ EU ຂອງພວກຂ້າພະເຈົ້າ ແລະ ການອຸທິດສ່ວນຄວາມມານະພະຍາຍາມ ຂອງທ່ານນາງເພື່ອຮັບປະກັນວ່າ ການປ່ອນບັດຄັ້ງທີ 2 ກ່ຽວກັບຮ່າງຂໍ້ຕົກລົງ ເລື່ອນເວລາໃນວັນທີ 3 ຂອງ ອາທິດທຳອິດ ເດືອນ ມິຖຸນາ ປີ 2019.
ທ່ານນາງ Theresa May ນາຍົກລັດຖະມົນຕີ ອັງກິດ (ພາບ: THX/TTXVN) |
ຄາດວ່າ ທ່ານນາງ Theresa May ນາຍົກລັດຖະມົນຕີ ອັງກິດ ຈະ ປະກາດວັນເວລາລາອອກຈາກຕຳແໜ່ງໃນຕົ້ນເດືອນ ມິຖຸນາ ຈະມາເຖິງ, ພາຍຫຼັງບັນດາຄວາມມານະພະຍາຍາມສຸດທ້າຍເພື່ອ ເກ້ຍກ່ອມ ສະພາແຫ່ງຊາດ ອັງກິດ ຮັບຮອງເອົາຂໍ້ຕົກລົງກ່ຽວກັບເລື່ອງອັງກິດຈະຖອນຕົວອອກຈາກ ສະຫະພາບ ເອີລົບ (EU) - ຫຼືເອີ້ນວ່າ Brexit. ຖະແຫຼງການພາຍຫຼັງມີການປະຊຸມກັບທ່ານນາງ Theresa May , ທ່ານ Graham Brady ປະທານຄະນະກຳມະການ 1922, ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າໄດ້ເຫັນດີເປັນເອກະພາບວ່າ ຂ້າພະເຈົ້າ ກັບ ທ່ານນາງ Theresa May ຈະມີການປະຊຸມຄືນໃໝ່ພາຍຫຼັງການປ່ອນບັດຄັ້ງທີ 2 ກ່ຽວກັບຮ່າງຂໍ້ຕົກລົງເພື່ອເຫັນດີເປັນເອກະພາບຕາຕະລາງດຳເນີນການເລືອກຕັ້ງການນຳຜູ້ໃໝ່ຂອງພັກນິຍົມຮັກສາເດີມ ແລະ ເປັນເອກະພາບ. ທ່ານນາງ Theresa May ຕັດສິນໃຈຮັບປະກັນວິວັດການຖອນຕົວອອກຈາກ EU ຂອງພວກຂ້າພະເຈົ້າ ແລະ ການອຸທິດສ່ວນຄວາມມານະພະຍາຍາມ ຂອງທ່ານນາງເພື່ອຮັບປະກັນວ່າ ການປ່ອນບັດຄັ້ງທີ 2 ກ່ຽວກັບຮ່າງຂໍ້ຕົກລົງ ເລື່ອນເວລາໃນວັນທີ 3 ຂອງ ອາທິດທຳອິດ ເດືອນ ມິຖຸນາ ປີ 2019 ແລະ ການຮັບຮອງເອົາຮ່າງຂໍ້ຕົກລົງດັ່ງກ່າວກໍ່ຄືຜົນຮ້າຍຢ້ອນຫຼັງຂອງ ເລື່ອງ ລາຊະອານາຈັກ ອັງກິດ ຖອນຕົວອອກຈາກ EU ໃນລະດູຮ້ອນນີ້”