ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະຫຼຸດ​ຜ່ອນຈຳ​ນ​ວນຄົນ​ເຂົ້າ​ເມືອງ ຖ້າ​ຫາກວ່າ ໄດ້​ຮັບ​ການ​ເລືອກ​ຕັ້ງດຳລົງ​ຕຳ​ແໜ່ງນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຄືນ​ໃໝ່

(VOVWORLD) -ເມື່ອໃຫ້ສຳພາດຕໍ່ ນັກຂ່າວ Sky New, ທ່ານ Johnson ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດວິທີການສຳຜັດບົນພື້ນຖານ ຫຼາຍສະຖານທີ່ເພື່ອຄວບຄຸມສະພາບການເຂົ້າເມືອງ. 
ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະຫຼຸດ​ຜ່ອນຈຳ​ນ​ວນຄົນ​ເຂົ້າ​ເມືອງ ຖ້າ​ຫາກວ່າ ໄດ້​ຮັບ​ການ​ເລືອກ​ຕັ້ງດຳລົງ​ຕຳ​ແໜ່ງນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຄືນ​ໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson (ພາບ:simplenews) 

ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໃຫ້ຄຳໝັ້ນສັນຍາວ່າ ຈະຫຼຸດຜ່ອນຈຳນວນຄົນເຂົ້າເມືອງປະເທດນີ້ຖ້າຫາກວ່າ ທ່ານໄດ້ຮັບໄຊຊະນະໃນການເລືອກຕັ້ງຢູ່ສະພາແຫ່ງຊາດ ໃນວັນທີ 12 ທັນວາ, ແຕ່ກໍ່ຢັ້ງຢືນວ່າ ບໍ່ຄັດຄ້ານເລື່ອງອະນຸຍາດໃຫ້ຊາວຕ່າງປະເທດເຂົ້າມາເຮັດວຽກ ແລະ ດຳລົງຊີວິດ ຢູ່ ອັງກິດ. ເມື່ອໃຫ້ສຳພາດຕໍ່ ນັກຂ່າວ Sky New, ທ່ານ Johnson ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດວິທີການສຳຜັດບົນພື້ນຖານ ຫຼາຍສະຖານທີ່ເພື່ອຄວບຄຸມສະພາບການເຂົ້າເມືອງ. ທ່ານຖະແຫຼງວ່າ ຈຸດສຸມ ນະໂຍບາຍຂອງ ທ່ານແມ່ນຈະຫຼຸດຜ່ອນຈຳນວນຄົນເຂົ້າເມືອງທີ່ບໍ່ມີທັກສະດ້ານວີຊາການ, ແຕ່ຈະສ້າງໂອກາດໃຫ້ແກ່ບັນດາຜູ້ອອກແຮງງານມີສີມືແຮງງານທີ່ດີ ແລະ ແຮງງານຕ່າງໆມາຍັງປະເທດອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ