ນາຍົກລັດຖະມົນຕີ ອິດສະລາແອັນ ຮຽກຮ້ອງໃຫ້ຢຸດຍິງຢູ່ເຂດ ກາຢາ ຢ່າງສີ້ນເຊີງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ໄດ້ຮຽກຮ້ອງໃຫ້ຄຳສັ່ງຢຸດຍິງຈາກຂະບວນການອິດສະລາມກຳລັງປະກອບອາວຸດ Hamas ຢູ່ເຂດ ກາຢາ ຢ່າງສີ້ນເຊີງ.
ນາຍົກລັດຖະມົນຕີ ອິດສະລາແອັນ ຮຽກຮ້ອງໃຫ້ຢຸດຍິງຢູ່ເຂດ ກາຢາ ຢ່າງສີ້ນເຊີງ - ảnh 1ການປະທະກັນຢູ່ເຂດ ກາຢາ  (ພາບ: Reuters)

ວັນທີ 12 ສິງຫາ, ກ່າວຄຳເຫັນທີ່ກອງປະຊຸມຄະນະລັດຖະບານ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ຢືນຢັນຄວາມຮຽກຮ້ອງຂອງ ອິດສະລາແອັນ ແມ່ນຈະແຈ້ງທີ່ສຸດ ນັ້ນແມ່ນຄຳສັ່ງຢຸດຍິງຢ່າງສີ້ນເຊີງ. ທ່ານນາຍົກລັດຖະມົນຕີ Benjamin Netanyahu ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ອິດສະລາແອັນ ໄດ້ທຳລາຍຖານທີ່ໝັ້ນການທະຫານ Hamas ນັບຮ້ອຍໆແຫ່ງ ແລະ ແຕ່ລະບັ້ນບຸກໂຈມຕີ, ບັນດາກຳລັງພິທັກຮັກສາ ອິດສະລາແອັນ ໄດ້ເຮັດໃຫ້ Hamas ຖືກເສຍຫາຍຢ່າງໜັກໜ່ວງ.

        ທ່ານນາຍົກລັດຖະມົນຕີ Benjamin Netanyahu ພວມຖືກຄວາມກົດດັນດ້ານການເມືອງກ່ຽວກັບເລື່ອງ ຕ້ອງມີການກະທຳທີ່ເຂັ້ມແຂງກ່ວາຕໍ່ Hamas ພາຍຫລັງຄວາມເຄັ່ງຕຶງປີນຂັ້ນໄດຢູ່ລຽບຕາມຊາຍແດນລະຫວ່າງ ອິດສະລາແອັນ ແລະ ເຂດກາຢາ ໂດຍຂະບວນການອິດສະລາມ Hamas ຂອງປາແລັດສະຕິນ ຄວບຄຸມ.

ຕອບກັບ

ຂ່າວ/ບົດ​ອື່ນ