ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ລາ​ແອັນ​ຕ​້ອງຂຶ້ນ​ສານດຳ​ເນີນ​ຄະ​ດີ

(VOVWORLD) -ວັນທີ 24 ພຶດສະພາ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະລາແອັນ ຕ້ອງໄດ້ຂຶ້ນສານເມືອງ Jerusalem ເມື່ອສານເປີດດຳເນີນວາລະພິພາກສາດ້ວຍບັນດາຂໍ້ກ່າວຫາສໍ້ຫຼາດບັງຫຼວງ ກ່ຽວກັບທ່ານ. 
ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ລາ​ແອັນ​ຕ​້ອງຂຶ້ນ​ສານດຳ​ເນີນ​ຄະ​ດີ - ảnh 1

ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະລາແອັນກ່າວຄຳເຫັນທີ່ສະພາແຫ່ງຊາດ ຢູ່Jerusalem ໃນວັນທີ 17 ພຶດສະພາ 2020 (ພາບ: AFP/TTXVN)

ໃນຖະແຫຼງການກັບວົງການນັກຂ່າວກ່ອນທີ່ຈະຂຶ້ນສານ, ທ່ານ Netanyahu ເນັ້ນໜັກວ່າ: ເປົ້າໝາຍ (ຂອງບັນດາຂໍ້ກ່າວຫານີ້) ແມ່ນ ໂຄ່ນລົ້ມນາຍົກລັດຖະມົນຕີທີ່ຂຶ້ນກັບຝ່າຍຂວາ ແລະ ຫຼັງຈາກນັ້ນ ຈະສືບຕໍ່ລົບລ້າງຝ່າຍຂວາອອກຈາກບົດບາດເປັນການນຳໃນຫຼາຍປີທີ່ຜ່ານມາ”. ທ່ານ Netanyahu ກໍ່ຢັ້ງຢືນວ່າ ທ່ານ ຍັງ ຢືນຢູ່ຢ່າງໝັ້ນຄົງ ແລະ ຈະສືບຕໍ່ນຳພາປະເທດຊາດ.

        ວາລະປະຊຸມສານທຳອິດສິ້ນສຸດລົງພາຍຫຼັງດຳເນີນມາເປັນເວລາ 1 ຊົ່ວໂມງ. ທີ່ປະຊຸມສານ, ທ່ານ Netanyahu ພຽງແຕ່ກ່າວຄຳເຫັນຢັ້ງຢືນກ່ຽວກັບປະຫວັດສ່ວນຕົວຂອງຕົນ ແລະ ວາລະທີ່ສານຖືກເລື່ອນໄປໃນເວລາປະມານ 20 ໂມງ 00 ນາທີ (ຕາມເວລາຫວຽດນາມ). ຖັນແຖວຜູ້ແກ້ຄວາມໃຫ້ແກ່ທ່ານ Netanyahu ຮຽກຮ້ອງໃຫ້ໂຈະການພິພາກສາເພື່ອພິຈາລະນາບັນດາຫຼັກຖານຄືນໃໝ່ ແລະ ຍັງບໍ່ກຳນົດເວລາດຳເນີນວາລະພິພາສາຄັ້ງຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ