ທ່ານນາຍົກລັດຖະມົນຕີ ອິດສະຮາແອນ
(ພາບ:vietbao.vn)
( vovworld ) – ວັນທີ 22/3, ທ່ານ Christophe Bigot ເອກອັກຄະລັດຖະທູດ ຝຣັ່ງ ປະຈຳ ອິດສະຮາແອນ ໄດ້ໄປຢ້ຽມຢາມ ແລະ ແບ່ງປັນຄວາມເສົ້າສະຫຼົດໃຈກັບບັນດາຄອບຄົວຜູ້ປະສົບເຄາະຮ້າຍຈາກເຫດຍິງປືນຢູ່ນະຄອນ Toulouse ທາງທິດຕາເວັນຕົກສ່ຽງໃຕ້ປະເທດຝຣັ່ງ. ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈຳ ອິດສະຮາແອນ ໄດ້ສະແດງໃຫ້ເຫັນອາລົມຈິດ ແລະ ນ້ຳໃຈສາມັກຄີຂອງປະຊາຊົນຝຣັ່ງ ໃນຈຸດເວລາອັນເຈັບປວດນີ້ ແລະ ຢັ້ງຢືນຄວາມຕັດສິນໃຈຂອງຝຣັ່ງ ໃນການຕ້ານລັດທິກໍ່ການຮ້າຍ ແລະ ຕ້ານລັດທິປະຕິເສດຊາວຢີວ. ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອິດສະຮາແອນ Benjamin Netanyahu ກໍ່ໄດ້ໄປຢ້ຽມຢາມ ແລະ ສະແດງນ້ຳໃຈສາມັກຄີກັບບັນດາຄອບຄົວຜູ້ປະສົບເຄາະຮ້າຍເຊັ່ນດຽວກັນ.
ກ່ຽວກັບເຫດການຍິງປືນ ຍັງມີຂ່າວໃຫ້ຮູ້ວ່າ, ພາຍຫຼັງດຳເນີນການເຈລະຈາມາເປັນເວລາ 32 ຊົ່ວໂມງ ແຕ່ບໍ່ປະສົບຜົນສຳເລັດ, ຕອນທ່ຽງວັນທີ 22/3, ຕາມເວລາທ້ອງຖິ່ນ, ກຳລັງຕຳຫຼວດປະຕິບັດໜ້າທີ່ພິເສດຝຣັ່ງ ໄດ້ສັງຫານ Mohammed Merah ຜູ້ຖືກສົງໃສວ່າໄດ້ປະຕິບັດບັນດາເຫດການຍິງປືນຢູ່ນະຄອນ Montauban ແລະ Toulouse ໃນຊຸມມື້ທີ່ຜ່ານມາ.