(vovworld) – ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ ຄົ້ນຄວ້າ, ຕອບບັນດາຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງທີ່ຝາກເຖິງສະພາແຫ່ງຊາດທີ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໂດຍໄວ; ຈັດຕັ້ງປະຕິບັດບັນດາຄຳໝັ້ນສັນຍາໂດຍລັດຖະມົນຕີຍົກອອກມາໃນວາລະຊັກຖາມໃນກອງປະຊຸມສະໄໝສາມັນເທື່ອທີ 6 ແລະ ເທື່ອທີ 7. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ , ອົງການທີ່ກ່ຽວຂ້ອງສັງລວມ, ສ້າງ ແລະ ຍືນຕໍ່ນາຍົກລັດຖະມົນຕີ ປະກາດໄຊ້ບັນດາເອກະສານກຳນົດການແນະນຳການປະຕິບັດກົດໝາຍ 11 ສະບັບເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາຢ່າງລະອຽດ.
ກ່ຽວກັບການຍູ້ແຮງຈຸດໝາຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຮອດປີ 2020, ທ່ານນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ຄະນະຊີ້ນຳສູນກາງກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການຂັ້ນສູນກາງສ້າງແຜນການ, ສະເໜີເນື້ອໃນ, ປັບປຸງກົນໄກ, ນະໂຍບາຍກ່ຽວກັບການຫຼຸດຜ່ອນຄວາມທຸກຍາກຕາມທິດຫຼາຍແງ່ມູມ, ເໝາະສົມກັບຄວາມສາມາດດູ່ນດ່ຽງງົບປະມານ, ບໍ່ເຮັດໃຫ້ບັນດານະໂຍບາຍຫຼຸດຜ່ອນຄວາມທຸກຍາກພວມປະກາດໃຊ້ຖືກຕັດຕອນ; ຫຼຸດຜ່ອນບັນດານະໂຍບາຍໜູນຊ່ວຍໂດຍກົງສຳລັບກຸ່ມເປົ້າໝາຍລະອຽດ; ເປີດກວ້າງເປົ້າໝາຍແມ່ນຄອບຄົວຫາກໍ່ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ໃກ້ຈະທຸກຍາກ ເພື່ອສະກັດກັ້ນຄວາມທຸກຍາກຄືນໃໝ່ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.