ນາຍົກລັດຖະມົນຕີ ເຂົ້າຮ່ວມງານໂຮມຊຸນນູມ ວັນປະກັນສຸຂະພາບ ຫວຽດນາມ

ນາຍົກລັດຖະມົນຕີ ເຂົ້າຮ່ວມງານໂຮມຊຸນນູມ ວັນປະກັນສຸຂະພາບ ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung
ເຂົ້າຮ່ວມພິທີໂຮມ​ຊຸນ​ນູມ ​​ວັນ​ປະກັນ​ສຸຂະພາບ​ຫວຽດນາມ
( ພາບ: VGP )


( vovworld ) -   ຕອນ​ເຊົ້າ​ວັນ​ທີ 29/6, ຢູ່​ຮ່າ​ໂນ້ຍ, ກະຊວງ​ສາທາລະນະ​ສຸກ ​ແລະ ປະກັນ​ສຸຂະພາບ​ຫວຽດນາມ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ພິທີໂຮມ​ຊຸນ​ນູມ ​​ເນື່ອງ​ໃນ​ໂອກາດວັນ​ປະກັນ​ສຸຂະພາບ​ຫວຽດນາມ 1/7. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເຂົ້າ​ຮ່ວມ ​ແລະ ປຸກລະດົມ​ການ​ປະຕິບັດວິວັດ​ການ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ​ໄລຍະ 2012 – 2015. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ຊີ້​ແຈ້ງວ່າ, ວຽກງານ​ປະກັນ​ສຸຂະພາບ ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມເອົາ​ໃຈ​ໃສ່ຈາກ​ພັກ ​ແລະ ລັດ. ​ເພາະ​ວ່າ ນີ້​ແມ່ນນະ​​ໂຍບາຍ​ສັງຄົມສຳຄັນ​ພິ​ເສດ, ມີ​ຄວາມ​ໝາຍ​ມະນຸດສະທຳ ​ແລະ   ວັດທະນະທຳ​ມະນຸດຢ່າງ​ເລີກ​ເຊິ່ງ; ​ແມ່ນ​ພາກສ່ວນ​ຕົ້ນ​ຕໍ່​ຂອງ​ນະ​ໂຍບາຍ​ການ​ເງິນ​ສາທາລະນະ​ສຸກ​ແຫ່ງ​ຊາດ. ທ່ານ​ນາຍົກລັດຖະມົນຕີ​ໄດ້​ເອົາ​ໃຈ​ໃສ່ວ່າ ​ຂະ​ແໜງສາທາລະນະ​ສຸກ, ປະກັນ​ສຸຂະພາບ​, ປະກັນ​ໄພ​ສັງຄົມ, ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງ​ຄົມ ຄວນ​ສືບ​ຕໍ່​ປ່ຽນ​ໃໝ່​ວິທີ​ການ​ຄຸ້ມ​ຄອງ, ສົ່ງ​ເສີມ​ປະຊາຊົນ​ທຸກ​ຄົນ, ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ມີ​ລາຍ​ຮັບ​ຕ່ຳ ​ເຂົ້າ​ຮ່ວມ​ການປະກັນ​ສຸຂະພາບ, ພິ​ເສດ​ປະຕິບັດ​ວິວັດ​ການ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ​ແຕ່​ນີ້​ຮອດ​ປີ 2015. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເນັ້ນ​ໜັກ​ວ່າ.

        “ຕ້ອງ​ປະຕິບັດ​ວິວັດ​ການປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ​ທັງ​ຊາດ, ນຳ​ຕົວ​ເລກຄາດໝາຍ​ປະຊາກອນເຂົ້າ​ຮ່ວມ​ການປະກັນ​ສຸຂະພາບ​​ເຂົ້າໃນ​ຍຸດ​ທະ​ສາດ, ແຜນພັດທະນາ​ເສດຖະກິດ​ສັງຄົ​ມຂອງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ໂດຍ​ໄວ ​ເພື່ອ​ສູ້​ຊົນ​ປະຕິບັດ. ດ້ານ​ໜຶ່ງ​ຕ້ອງ​ມີ​ຄວາມເອົາ​ໃຈ​ໃສ່​​​ເຖິງປະຊາຊົນ​ທີ່ມີ​ບັດປະກັນ​ສຸຂະພາບ ​ແຕ່​ດ້ານ​ອື່ນ​ແມ່ນຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການ, ພັດທະນາ​ລະບົບ​ສາທາລະນະ​ສຸກ, ບັນດາ​ຮາກ​ຖານ​ກວດກາ​ປິ່ນປົວ​ພະຍາດ​ໃຫ້ດີກ​ວ່າ​​, ມີ​ຄຸນ​ນະພາ​ບ ​ແລະ ມີປະສິດທິ​ຜົນກ່ວາ​, ຕອບ​ສະໜອງ​ຄວາມ​ຕ້ອງການ​ປິ່ນປົວ​ພະຍາດ​ດ້ວຍລະບອບປະກັນ​ສຸຂະພາບທີ່ນັບມື້​ນັບ​ສູງ​​ຂອງ​ປະຊາຊົນ ”.

ຂ່າວ/ບົດ​ອື່ນ