ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີນຳເສັ້ນທາງຄວາມໄວສູງນະຄອນ ໂຮ່ຈິມິນ - ລອງແທ່ງ - ເຢົ່າໄຢ ເຂົ້າເຄື່ອນໄຫວ
(ພິທີນຳເສັ້ນທາງຄວາມໄວສູງ
ນະຄອນໂຮ່ຈິມິນ - ລອງແທ່ງ - ເຢົ່າໄຢ ເຂົ້າເຄື່ອນໄຫວ)
(vovworld) – ຕອນເຊົ້າວັນທີ 08/02, ຢູ່ຕາແສງ ຊວນແທງ, ເມືອງ ທົ໋ງເຍີດ, ແຂວງດົ່ງນາຍ, ກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ໄດ້ນຳເສັ້ນທາງຄວາມໄວສູງນະຄອນໂຮ່ຈິມິນ - ລອງແທ່ງ - ເຢົ່າໄຢ ເຂົ້າເຄື່ອນໄຫວ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ຕີລາຄາສູງ, ຍ້ອງຍໍກະຊວງຄົມມະນາຄົມຂົນສົ່ງ, ບໍລິສັດໃຫຍ່ພັດທະນາເສັ້ນທາງຄວາມໄວສູງ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນຕ່າງໆໃນເຂດທີ່ມີໂຄງການ, ບັນດາຫົວໜ່ວຍໃຫ້ຄຳປຶກສາ, ນັກຮັບເໝົາ ແລະ ຖັນແຖວພະນັກງານ, ນັກວິຊາວະກອນ, ກຳມະກອນ ໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ ເພື່ອປະຕິບັດສຳເລັດໜ້າທີ່ີ່ໄດ້ມອບໝາຍນຳເສັ້ນທາງຄວາມໄວສູງໃຫຍ່ກວ່າໝູ່ ແລະ ທັນສະໄໝທີ່ສຸດໃນປະຈຸບັນເຂົ້າເຄື່ອນໄຫວ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຮຽກຮ້ອງໃຫ້ກະຊວງຄົມມະນາຄົມຂົນສົ່ງ, ບໍລິສັດໃຫຍ່ພັດທະນາເສັ້ນທາງຄວາມໄວສູງ ຮີບຮັ່ງປະຕິບັດສຳເລັດບັນດາກິດຈະກຳໃນເສັ້ນທາງຄວາມໄວສູງນະຄອນໂຮ່ຈິມິນ - ລອງແທ່ງ - ເຢົ່າໄຢ, ເພື່ອຂຸດຄົ້ນ, ເຄື່ອນໄຫວກິດຈະກຳຢ່າງປອດໄພ ແລະ ມີປະສິດທິຜົນ.
ເສັ້ນທາງຄວາມໄວສູງ ນະຄອນໂຮ່ຈິມິນ - ລອງແທ່ງ - ເຢົ່າໄຢ ເລີ່ມລົງມືກໍ່ສ້າງແຕ່ເດືອນ 10/2009, ເຊິ່ງແມ່ນເສັ້ນທາງຄວາມໄວສູງທັນສະໄໝທີ່ສຸດຂອງຫວຽດນາມ, ເສັ້ນທາງມີລວງຍາວ 55 ກມ, ໄປຜ່ານບໍລິເວນຂອງນະຄອນໂຮ່ຈິມິນ ແລະ ແຂວງດົ່ງນາຍ.