ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງເຂດເຕັກໂນໂລຢີສູງນະຄອນ ໂຮ່ຈີ​ມິນ

(VOVWORLD) - ດ້ວຍປະລິມານອຸດສາຫະກຳເຕັກໂນໂລຢີສູງເພີ່ມຂຶ້ນຢ່າງວ່ອງໄວ, ສາມາດສ້າງບັນດາມູນຄ່າເພີ່ມສູງໃນເບື້ອງຕົ້ນ. ເຂດເຕັກໂນໂລຢີສູງ ກໍ່ໄດ້ສ້າງສະພາບແວດລ້ອມສະດວກສຳລັບການຄົ້ນຄ້ວາ ແລະ ພັດທະນາ
ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງເຂດເຕັກໂນໂລຢີສູງນະຄອນ ໂຮ່ຈີ​ມິນ - ảnh 1 ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງເຂດເຕັກໂນໂລຢີສູງນະຄອນ ໂຮ່ຈີມິນ

ຕອນເຊົ້າວັນທີ 29 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງເຂດອຸດສາຫະກຳເຕັກໂນໂລຢີສູງ ນະຄອນ ໂຮ່ຈີມິນ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີຄວາມປະທັບໃຈຕໍ່ບັນດາໝາກຜົນບັນລຸໄດ້ຂອງເຂດເຕັກໂນໂລຢີສູງ ນະຄອນໂຮ່ຈີມິນ, ດ້ວຍປະລິມານອຸດສາຫະກຳເຕັກໂນໂລຢີສູງເພີ່ມຂຶ້ນຢ່າງວ່ອງໄວ, ສາມາດສ້າງບັນດາມູນຄ່າເພີ່ມສູງໃນເບື້ອງຕົ້ນ. ເຂດເຕັກໂນໂລຢີສູງ ກໍ່ໄດ້ສ້າງສະພາບແວດລ້ອມສະດວກສຳລັບການຄົ້ນຄ້ວາ ແລະ ພັດທະນາ, ສ້າງຕັ້ງວິສາຫະກິດເຕັກໂນໂລຢີສູງ ແລະ ເລີ່ມທຸລະກິດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

        “ຄະນະຄຸ້ມຄອງເຂດເຕັກໂນໂລຢີສູງ ນະຄອນ ໂຮ່ຈີມິນ ຕ້ອງປ່ຽນໃໝ່ຈີນຕະນາການ, ຂະຫຍັນຂັນເຄື່ອນກ່ວາອີກ, ມີວິໄສທັດພັດທະນາທັນກັບທ່າອ່ຽງຂອງຍຸກສະໄໝ, ສູ້ຊົນກາຍເປັນ “ເຂດຮ່ອມພູ Silicon” ຂອງພາກພື້ນ ແລະ ບືນຕົວຂຶ້ນສູ່ລະດັບສາກົນ. ເຂດເຕັກໂນໂລຢີສູງນະຄອນ ຕ້ອງແມ່ນສູນກາງໃຫຍ່ ກ່ຽວກັບການຄົ້ນຄ້ວາ ແລະ ພັດທະນາເຕັກໂນໂລຢີສູງ, ດຶງດູດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຄຸນນະພາບແຖວໜ້າກ່ຽວກັບວິທະຍາສາດເຕັກໂນໂລຢີ, ເຂດຕົວເມືອງຊີວະພາບ ແລະ ສະຫຼາດ, ສູນກາງເຕັກໂນໂລຢີສູງ, ວິສາຫະກິດ ເຕັກໂນໂລຢີສູງ ປະກອບສ່ວນນຳນະຄອນ ໂຮ່ຈີມິນ ກາຍເປັນຕົວເມືອງສະຫຼາດແຫ່ງທຳອິດຢູ່ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ