ນາຍົກລັດຖະມົນຕີ ໂມຊຳບິກ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ໂມຊຳບິກ Carlos Agostinho do Rosario ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ໂມຊຳບິກ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີ ໂມຊຳບິກ Carlos Agostinho do Rosario

(ພາບ: GPM)

ໃນລະຫວ່າງວັນທີ 31/7-3/8/2017. ການຢ້ຽມຢາມເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ໂມຊຳບິກ, ແລກປ່ຽນບັນດາມາດຕະການ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມື, ການລົງທຶນ ກໍ່ຄືຂົງເຂດອື່ນໆເຊິ່ງທັງສອງຝ່າຍມີຄວາມສົນໃຈ.

        ຫວຽດນາມ ແລະ ໂມຊຳບິກ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອນຳກັນ. ສອງປະເທດສ້າງຕັ້ງການພົວພັນທາງການທູດແຕ່ວັນທີ 25/6/1975, ກົງກັບວັນປະກາດເອກະລາດ. ປີ 2016, ວົງເງິນການຄ້າສອງຝ່າຍບັນລຸ 101 ລ້ານ USD, ໃນນັ້ນ ຫວຽດນາມສົ່ງອອກ 72 ລ້ານ USD. ໂມຊຳບິກຢືນອັນດັບ 11 ໃນຈຳນວນ 72 ປະເທດ ແລະ ເຂດແຄວ້ນເຊິ່ງ ຫວຽດນາມ ມີການເຄື່ອນໄຫວລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ